ຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ

(VOVWORLD) - ຕອນບ່າຍວັນທີ 04 ກັນຍາ, ທ່ານ ບຸຍກວາງຮີວ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະມາຄົມນັກສຶກສາ ຫວຽດນາມ ໄດ້ຕ້ອນຮັບຄະນະພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ໂດຍທ່ານ ຄຳໄຊ ຍະວົງສີ, ຮອງເລຂາຄະນະຊາວໜຸ່ມແຂວງ ວຽງຈັນ ເປັນຫົວໜ້າຄະນະ.
ຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ - ảnh 1 ທ່ານ ບຸຍກວາງຮີວ ແລະ ທ່ານ ຄຳໄຊ ຍະວົງສີ

        ທີ່ການຕ້ອນຮັບ, ທ່ານ ບຸຍກວາງຮີວ ໄດ້ຢືນຢັນວ່າ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ, ຕີລາຄາສູງການຮ່ວມມືມິດຕະພາບກັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ບໍ່ພຽງແຕ່ຢູ່ຂັ້ນສູນກາງເທົ່ານັ້ນ ຫາກຍັງຢູ່ຂັ້ນແຂວງ, ນະຄອນ, ທ້ອງຖິ່ນ, ພິເສດແມ່ນບັນດາຫົວໜ່ວຍທີ່ຕິດກັບຊາຍແດນ 2 ປະເທດ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຢ່າງແໜ້ນແຟ້ນ ຜັນຂະຫຍາຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍໄລຍະປີ 2017 – 2022 ດ້ວຍບັນດາເນື້ອໃນ, ໂຄງການທີ່ມີຄວາມໝາຍແທດຈິງສຳລັບອົງການຊາວໜຸ່ມ ແລະ ເຍົາວະຊົນອະນຸຊົນ 2 ປະເທດ. ທ່ານ ບຸຍກວາງຮີວ ປາດຖະໜາຢາກໃຫ້ ຄະນະຊາວໜຸ່ມ 2 ປະເທດສືບຕໍ່ເສີມຂະຫຍາຍບັນດາທ່າແຮງຂອງແຕ່ລະຝ່າຍ, ເປັນເຈົ້າການຊອກຫາວິທີປະຕິບັດທີ່ດີ, ຮູບການຮ່ວມມືໃໝ່, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງວຽກງານສຶກສາມູນເຊື້ອກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນຊາວໜຸ່ມ, ເຍົາວະຊົນ, ອະນຸຊົນແຕ່ລະປະເທດ, ຖືນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນ ເພື່ອເພີ່ມພູນຄູນສ້າງເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ