ຊາວໜຸ່ມ ຫວຽດນາມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ

(VOVWORLD) - ວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ອົງການຈັດຕັ້ງຊາວໜຸ່ມສາກົນເອກະລາດທີ່ບໍ່ຂຶ້ນກັບລັດຖະບານ, ປອດກຳໄລ AIESEC ຫວຽດນາມ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຕັ້ງເວທີປາໄສສຽງຂອງໄວໜຸ່ມ - Youthspeak Forum Viet Nam 2017.
ຊາວໜຸ່ມ ຫວຽດນາມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ  - ảnh 1 ພາບປະກອບ

ເວທີປາໄສໄດ້ເຕົ້າໂຮມຜູ້ແທນໄວໜຸ່ມທີ່ດີເດັ່ນ 500 ຄົນ, ພ້ອມກັບການເຂົ້າຮ່ວມຂອງບັນດາການນຳວິສາຫະກິດ, ນັກເຄື່ອນໄຫວສັງຄົມ. ບັນດາຜູ້ແທນຮ່ວມກັນຍົກອອກບັນດາແນວຄວາມຄິດ ແລະ ຫັນເປັນພຶດຕິກຳຕົວຈິງເພື່ອປະກອບສ່ວນເຂົ້າໃນ 17 ເປົ້າໝາຍການພັດທະນາແບບຍືນຍົງໃນທົ່ວໂລກຂອງສະຫະປະຊາຊາດ. ເປົ້າໝາຍພັດທະນາແບບຍືນຍົງ 17 ເປົ້າໝາຍ ໃນໂຄງການດຳເນີນງານຂອງສະຫະປະຊາຊາດມຸ່ງໄປສູ່ການແກ້ໄຂ 3 ກຸ່ມ ບັນຫາຕົ້ນຕໍແມ່ນຄວາມທຸກຍາກອຶດຫິວ, ການຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມົນລະພິດສະພາບແວດລ້ອມ. ຢາກປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ສຳເລັດ, ຕ້ອງສ້າງເປົ້າໝາຍການພັດທະນາແບບຍືນຍົງໃຫ້ແຕ່ລະຜະລິດຕະພັນນ້ອຍໆໃຫ້ໄດ້. ເວທີປາໄສສຽງຂອງໄວໜຸ່ມຫວຽດນາມ 2017 ຍັງໄດ້ປຶກສາຫາລືກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍ ສຳລັບໄວໜຸ່ມໃນການປະຕິວັດອຸດສາຫະກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ