ຊາວ​ໜຸ່ມ ຫວຽດ​ນາມ ແລະ ລາວ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) - ທ່ານ ບຸຍກວາງຮູຍ ໄດ້ຢັ້ງຢືນວ່າກຳລັງຊາວໜຸ່ມ ສອງປະເທດ ຫວຽດນາມ - ລາວ ຍາມໃດກໍ່ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່.
ຊາວ​ໜຸ່ມ ຫວຽດ​ນາມ ແລະ ລາວ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ການຕ້ອນຮັບ

ຕອນເຊົ້າວັນທີ 11 ຕຸລາ, ຢູ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຢູ່ນະຄອນຫຼວງ ວຽງຈັນ ທ່ານຮອງປະທານປະເທດ ລາວ, ບຸນທອງ ຈິດມະນີ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ ໂດຍທ່ານ ບຸຍກວາງຮູຍ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມ ນຳໜ້າ ມາເຂົ້າຢ້ຽມຂ່ຳນັບ.

ກ່າວຄຳເຫັນນະທີ່ນີ້, ທ່ານ ບຸຍກວາງຮູຍ ໄດ້ຢັ້ງຢືນວ່າກຳລັງຊາວໜຸ່ມ ສອງປະເທດ ຫວຽດນາມ - ລາວ ຍາມໃດກໍ່ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ສ່ວນທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ຖືວ່າໃນສະພາບການປັດຈຸບັນ, ອົງການຊາວໜຸ່ມສອງປະເທດ ຄວນເພີ່ມທະວີການໂຄສະນາ, ສຶກສາໃຫ້ບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມແຕ່ລະປະເທດກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດລະຫວ່າງສອງປະເທດ ລາວ - ຫວຽດນາມ, ຜ່ານນັ້ນມີຄວາມຮັບຜິດຊອບຕໍ່ການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ສືບຕໍ່ເສີນຂະຫຍາຍສາຍພົວພັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ