ຊາວໜຸ່ມຫວຽດນາມ - ຈີນ ພ້ອມກັນເຮັດໃຫ້ ນ້ຳໃຈມິດຕະພາບ ລະຫວ່າງໄວໜຸ່ມ 2 ປະເທດເລີກເຊິ່ງຂຶ້ນເຕີມ

ຊາວໜຸ່ມຫວຽດນາມ - ຈີນ ພ້ອມກັນເຮັດໃຫ້ ນ້ຳໃຈມິດຕະພາບ ລະຫວ່າງໄວໜຸ່ມ 2 ປະເທດເລີກເຊິ່ງຂຶ້ນເຕີມ - ảnh 1
ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຈີນ ມາ​ຢ້ຽມຢາມ​ຫວຽດນາມ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 26/03, ທ່ານ ຮ່ວາງ​ບິງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ໄດ້​​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຈີນ ​ໂດຍ​ທ່ານ​ເລຂາທິການ ຄະນະ​ເລຂາສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ຈີນ ລາ​ໄໝ, ​ເປັນ​ຫົວໜ້າ​ຄະນະ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ​ຫວຽດນາມ - ຈີນ ປີ 2014.

        ທ່ານ​ຮ່ວາງ​ບິ່ງ​ກວາງ ຊົມ​ເຊີຍ​ເລື່ອງ​ຄະນະ​ຊາວ​ໜຸ່ມ 2 ປະ​ເທດ ຈັດ​ຕັ້ງ​ບັນດາ​ການ​ພົບ​ປະ​ມິດຕະພາບຊາວ​ໜຸ່ມ​ຫວຽດນາມ - ຈີນ ປີ 2014, ຖື​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ໄວໜຸ່ມ 2 ປະ​ເທດພ້ອມ​ກັນ​ຫວນ​ຄືນ​ມູນ​ເຊື້ອ​ມິດຕະພາບ​ລະຫວ່າງຫວຽດນາມ - ຈີນ, ພ້ອມ​ກັນ​ເຮັດ​​ໃຫ້ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ ​ແລະ ​ໄວ​ໜຸ່ມ 2 ປະ​ເທດ​ເລິກ​ເຊິ່ງ, ມີ​ຊີວິດ​ຊີວາ​ກວ່າ.

        ທ່ານ​ຮ່ວາງ​ບິ່ງ​ກວນ ກໍ່ປາດ​ຖະໜາ​ວ່າ ຊາວ​ໜຸ່ມ 2 ປະ​ເທດ​ຈະ​ປັບປຸງ ​ແລະ ພັ​ດທະ​ນາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ