ຊູ​ແອັດ, ຕວັກ​ກີ ເຫັນ​ດີ​ສືບ​ຕໍ່ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຖາ​ນະ​ເປັນ​ສະ​ມາ​ຊິກ NATO ສຳ​ລັບ ຊູ​ແອັດ, ແຕ່​ຍັງ​ບໍ່​ທັນ​ກຳ​ນົດ​ວັນ​ເວ​ລາ​ລະ​ອຽດ

(VOVWORLD) - ຄະນະເຈລະຈາຂອງ ຊູແອັດ ສາມາດລະດົມຝ່າຍ ຕວັກກີ ໄດ້ແລ້ວ ແຕ່ປະເທດນີ້ຍັງບໍ່ພ້ອມທີ່ຈະຍົກອອກຄຳຕັດສິນ ແລະ ຖືວ່າ ຕ້ອງມີຄຳຕອບໃຫ້ຫຼາຍບັນຫາອື່ນໆຕື່ມອີກ. 

 ຕວັກກີ ແລະ ຊູແອັດ ຈະສືບຕໍ່ປຶກສາຫາລື ເພື່ອແນໃສ່ແກ້ໄຂການຄັດຄ້ານຂອງຕວັກກີ ສຳລັບໃບຄຳຮ້ອງເຂົ້າຮ່ວມອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຂອງ ຊູແອັດ. ກ່າວຄຳເຫັນໃນການຖະແຫຼງຂ່າວ ທີ່ດຳເນີນໃນວັນທີ 14 ມິຖຸນາ, ທ່ານ Oscar Stenstrom ຫົວໜ້າຄະນະເຈລະຈາຂອງ ຊູແອັດ ຖືວ່າ ຄະນະເຈລະຈາຂອງປະເທດນີ້ ສາມາດລະດົມຝ່າຍ ຕວັກກີ ໄດ້ແລ້ວ ແຕ່ປະເທດນີ້ຍັງບໍ່ພ້ອມທີ່ຈະຍົກອອກຄຳຕັດສິນ ແລະ ຖືວ່າ ຕ້ອງມີຄຳຕອບໃຫ້ຫຼາຍບັນຫາອື່ນໆຕື່ມອີກ. ທ່ານໃຫ້ຮູ້ວ່າ ຍັງບໍ່ທັນມີວັນເວລາລະອຽດສຳລັບວາລະເຈລະຈາຄັ້ງຕໍ່ໄປ. ໃນຂະນະນັ້ນ, ຝ່າຍ ຕວັກກີ ໃຫ້ຮູ້ວ່າ ບັນດາຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ເຮັດວຽກກ່ຽວກັບ “ບັນດາບາດກ້າວລະອຽດໃນອະນາຄົດ” ເພື່ອໃຫ້ ຊູແອັດ ກາຍເປັນສະມາຊິກຂອງ NATO.


ຕອບກັບ

ຂ່າວ/ບົດ​ອື່ນ