ຍົກລະດັບທີ່ຕັ້ງ ແລະ ເຄື່ອງໝາຍການຄ້າຂອງໝາກມ່ວງ ດົ່ງທາບ ໃນຕະຫຼາດ

(VOVWORLD) - ງານບຸນເພື່ອແນໃສ່ເຊີດຊູ ໝາກມ່ວງ, ບັນດາຜະລິດຕະພັນຈາກໝາກມ່ວງ, ປະກອບສ່ວນເສີມຂະຫຍາຍຄຸນຄ່າວັດທະນະທຳ, ເສດຖະກິດ, ໂຄສະນາການທ່ອງທ່ຽວ ແລະ ສ້າງພາບພົດທ້ອງຖິ່ນກໍ່ຄືເປີດກ້ວາງຕະຫຼາດບໍລິໂພກໝາກມ່ວງຢູ່ພາຍໃນປະເທດ ແລະ ສົ່ງອອກ
ຍົກລະດັບທີ່ຕັ້ງ ແລະ ເຄື່ອງໝາຍການຄ້າຂອງໝາກມ່ວງ ດົ່ງທາບ ໃນຕະຫຼາດ - ảnh 1ພາບປະກອບ

ງານບຸນໝາກມ່ວງ ດົ່ງທາບ ປີ 2023 ຈະຈັດຂຶ້ນແຕ່ວັນທີ 28 ເມສາ ຫາ ວັນທີ 1 ພຶດສະພາ ຢູ່ນະຄອນ ກາວແຫຼງ, ດ້ວຍຫົວຂໍ້ວ່າ “ໝາກມ່ວງດົ່ງທາບ - ຍົກລະດັບທີ່ຕັ້ງ”. ງານບຸນເພື່ອແນໃສ່ເຊີດຊູ ໝາກມ່ວງ, ບັນດາຜະລິດຕະພັນຈາກໝາກມ່ວງ, ປະກອບສ່ວນເສີມຂະຫຍາຍຄຸນຄ່າວັດທະນະທຳ, ເສດຖະກິດ, ໂຄສະນາການທ່ອງທ່ຽວ ແລະ ສ້າງພາບພົດທ້ອງຖິ່ນກໍ່ຄືເປີດກ້ວາງຕະຫຼາດບໍລິໂພກໝາກມ່ວງຢູ່ພາຍໃນປະເທດ ແລະ ສົ່ງອອກ. ທີ່ການຖະແຫຼງຂ່າວຈັດຂຶ້ນໃນວັນທີ 12 ເມສາ, ຢູ່ນະຄອນ ກາວແຫຼງ, ແຂວງ ດົ່ງທາບ, ທ່ານ ຫງວຽນຫຶວຢຸ້ງ, ຫົວໜ້າພະແນກອຸດສາຫະກຳ - ການຄ້າ ແຂວງ ດົ່ງທາບ ໃຫ້ຮູ້ວ່າ:

        “ງານບຸນເພື່ອແນໃສ່ສ້າງເງື່ອນໄຂເຊື່ອມຕໍ່ກັບບັນດາວິສາຫະກິດ ເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ດຶງດູດຄວາມສົນໃຈຂອງບັນດານັກລົງທຶນໃນການປຸງແຕ່ງ, ສົ່ງອອກໝາກມ່ວງ. ນີ້ແມ່ນໂອກາດໂຄສະນາເຄື່ອງໝາຍການຄ້າ, ພິເສດແມ່ນຜະລິດຕະພັນຂອງແຂວງເຖິງຜູ້ບໍລິໂພກຢູ່ພາຍໃນປະເທດ ແລະ ສາກົນ.”

ຕອບກັບ

ຂ່າວ/ບົດ​ອື່ນ