ຍົກສູງການຮ່ວມມືສາກົນແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດເຄມີດີໂອຊີນ

ຍົກສູງການຮ່ວມມືສາກົນແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດເຄມີດີໂອຊີນ - ảnh 1
ອາເມລິກາຫວ່ານທາດເຄມີໃສ່ເຂດດິນແດນຫວຽດນາມໃນໄລຍະ
ສົງຄາມ
ພາບ:internet


(vovworld)-  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013, ທິດ​ທາງ, ​ແຜນການ​ວຽກ​ງານ​ປີ 2014 ​ເຊິ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 25/12 ຢູ່ ຮ່າ​ໂນ້ຍ ​​ໂດຍຫ້ອງການ​ຄະນະ​ຊີ້​ນຳ​ແຫ່​ງຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດພິດ​ເຄມີ​ທີ່ ອາ​ເມ​ລິ​ກາ ນຳ​ໃຊ​້​ໃນ​ສົງຄາມ​ຢູ່​ຫວຽດນາມ​, ຫ້ອງການຄະນະຊີ້ນຳ 33 ຈັດ​ຕັ້ງ, ທ່ານ ບູ່​ຍ​ແກ​ກຕວຽນ, ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສັງກັດ​ຫ້ອງການຂອງ​ຄະນະ​ຊີ້​ນຳ 33 ​ໄດ້​ຮຽກຮ້ອງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫ້ອງການຂອງ​ຄະນະ​ຊີ້​ນຳ​ 33 ຄວນ​ມານະ​ພະຍາຍາມກວ່າອີກ ​ຍູ້​ແຮງ​ຄວາມ​ຄືບ​ຫນ້າ​ໃນ​ການ​ແກ້​ໄຂ​ສະພາບມົນ​ລະ​ພິດ​ດີ​ໂອ​ຊີ​ນ ຢູ່ ສະຫນາມ​ບິນ ບຽນ​ຮວ່າ. ຄຽງ​ຄູ່​ກັນ​ນັ້ນ ສືບ​ຕໍ່​ສຳ​ພັດ​ກັບ​ບັນດາ​ວິທີ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​ພິດ​​ເຄມີ​ຕາມ​ເຕັກ​ໂລ​ໂລ​ຊີ ​ທີ່​ກ້າວຫນ​້າສອດ​ຄ່ອງ​ກັບ​ສະພາບ​ຕົວ​ຈິງ, ຄວນ​ສ້າງ​ຖານ​ຂໍ້​ມູນ​ກຳນົດ​ເຂດ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ທາດ​ພິດ​ເຄມີ, ຮ່ວມ​ມື​ກັບບັນດາ​ຄູ່​ຮ່ວມ​ມື​ຄື: ຍີ່ປຸ່ນ, ສ​ເກົາຫລີ ​ເພື່ອ​ຍົກ​ສູງ​ກາ​ນພົວພັນ​ຮ່ວມ​ມື​ສາກົນ​ໃນ​ວິວັດ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ທາດ​​ເຄມີ.

 

ຕອບກັບ

ຂ່າວ/ບົດ​ອື່ນ