ຍົກສູງການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາປະຊາຊົນ

(VOVWORLD)- “ບົດຮຽນແລະບັນດາບັນຫາທີ່ວາງອອກໃນການເຄື່ອນໄຫວຊັກຖາມທີ່ກອງປະຊຸມສະພາປະຊາຊົນ, ວາລະປະຊຸມຄະນະປະຈຳສະພາປະຊາຊົນ“
ຍົກສູງການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາປະຊາຊົນ - ảnh 1 ທີ່ກອງປະຊຸມ (ພາບ: TTXVN)

ແມ່ນຫົວຂໍ້ຂອງກອງປະຊຸມມອບໝາຍວຽກງານປະຈຳການຂອງຄະນະປະຈຳສະພາປະຊາຊົນບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງຄັ້ງທີ 27. ກອງປະຊຸມໂດຍຄະນະປະຕິບັດງານສະມາຊິກ ສະພາແຫ່ງຊາດ ສົມທົບກັບຄະນະປະຈຳ ສະພາປະຊາຊົນແຂວງ ດົ່ງທາບ ຈັດຕັ້ງ ໃນວັນທີ 29 ທັນວາ, ຢູ່ນະຄອນ ກາວແລ້ງ (ດົ່ງທາບ). ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບົດຮຽນໃນການຕິດຕາມກວດກາ ການປະຕິບັດມະຕິ, ຂໍ້ສະຫຼຸບກ່ຽວກັບການຊັກຖາມຂອງສະພາປະຊາຊົນ, ຄະນະປະຈຳສະພາປະຊາຊົນ; ແບ່ງປັນບັນດາບົດຮຽນໃນການຊັກຖາມ, ຕອບຄຳຊັກຖາມທີ່ບັນດາກອງປະຊຸມ, ວາລະປະຊຸມ ເພື່ອເສີມຂະຫຍາຍສິດຊັກຖາມຂອງຜູ້ແທນສະພາປະຊາຊົນ. ນອກນັ້ນ, ກອງປະຊຸມຍັງປຶກສາຫາລື, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຕິດຂັດ ເມື່ອສະພາປະຊາຊົນ, ຄະນະປະຈຳສະພາປະຊາຊົນພິຈາລະນາ ຕອບຄຳຊັກຖາມ.

ຕອບກັບ

ຂ່າວ/ບົດ​ອື່ນ