ຍົກສູງຄວາມສາມາດຂອງຂະແໜງກວດຊອບບັນຊີແຫ່ງລັດກ່ວາອີກ

ຍົກສູງຄວາມສາມາດຂອງຂະແໜງກວດຊອບບັນຊີແຫ່ງລັດກ່ວາອີກ - ảnh 1
ທ່ານຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ
ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: DinhNam)

(vovworld) - ​​ເມື່ອ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານວຽກ​ງານ​ອາຍຸ​ການ​ປີ 2011 – 2016 ຂອງ​ອົງການກວດ​ຊອບ​ບັນຊີ​ແຫ່ງ​ລັດ​ໃນ​ວາລະ​ປະຊຸມ ຊຶ່ງຖືກ​ດຳ​ເນີນ​ໃນຕອນ​ເຊົ້າ​ວັນ​ທີ 24/02, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ຄວນ​ຍົກ​ສູງ​ປະສິດທິ​ຜົນ​ການກວດ​ຊອບ​ບັນຊີ ​ແລະ ​ເພີ່ມ​ທະວີການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ​​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ໃນ​ການ​ປະຕິບັດຂໍ້​ສະ​ເໜີ​​ແນະຂອງ​ຂະ​ແໜງ​ກວດ​ຊອບ​ບັນຊີ. ພ້ອມ​ທັງ​ຍົກ​ສູງ​ບົກ​ບາດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ກ່ວາ​ອີກ​ ສຳລັບ​ເລື່ອງ​ປະຕິບັດ​ຂໍ້​ສະ​ເໜີ​ແນະ​ຂອງ​ຂະ​ແໜງ​ກວດ​ຊອບ​ບັນຊີ; ຫລີກ​ລ້ຽງກໍລະນີ​ການ​ເຄື່​ອນ​ໄຫວ​ກວດ​ຊອບ​ບັນຊີ​​ ແລະ ​ການ​ເຄື່ອນ​ໄຫ​ວກວດກາ​ອື່ນ​ໆຖືກ​ຊ້ອນ​ກັນ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ກະກຽມດຳ​ເນີນ​ກອງ​ປະຊຸມສະ​ໄໝ​ສາມັນ​​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດຊຸດ​ທີ 13, ຊຶ່ງຄາດວ່າ​ຈະ​ຖືກໄຂ​ຂຶ້ນ​ໃນ​ວັນ​ທີ 21/03.

 

 

ຂ່າວ/ບົດ​ອື່ນ