ຍົກສູງຄວາມສາມາດສຳຜັດດ້ານການເງິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໃນສັງກະລາດດີຈີຕອນ

(VOVWORLD) - ໃນຂອບເຂດບັນດາກອງປະຊຸມຂອງສັບປະດາກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດນ້ອຍ ແລະ ກາງ APEC 2017, ວັນທີ 11 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງເວທີປາໄສການເງິນ ວິສາຫະກິດຂະໜາດນ້ອຍ ແລະ ກາງ APEC ດ້ວຍເນື້ອໃນ: ຍົກລະດັບເຕັກໂນໂລຢີເພື່ອເປີດກ້ວາງການສະໜອງການເງິນ (SCF). 
ຍົກສູງຄວາມສາມາດສຳຜັດດ້ານການເງິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໃນສັງກະລາດດີຈີຕອນ - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ 

ເວທີປາໄສ ໄດ້ກວດກາບັນດາບົດຮຽນ ແລະ ປະສົບການໃໝ່ສຸດໃນການປ່ຽນໃໝ່ດ້ານການເງິນຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ພິເສດແມ່ນປຶກສາຫາລືລະອຽດກ່ຽວກັບການພັດທະນາ ແລະ ສິ່ງທ້າທາຍຂອງບັນດາລະບົບສະໜອງການເງິນໃນພາກພື້ນ. ນີ້ແມ່ນວິທີເພື່ອສຳຜັດກັບລູກຄ້າຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການໝູນໃຊ້ບັນດາສາຍພົວພັນໃນລະບົບ ແລະ ເຕັກໂນໂລຢີທັນສະໄໝ, ລະບົບສະໜອງການເງິນ, ຊ່ວຍໃນການເຕົ້າໂຮມ ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງຈຳນວນຫຼາຍເຂົ້າໃນລະບົບການເງິນທາງການ. ບັນດາຜູ້ແທນເຊື່ອໝັ້ນວ່າບັນດາການເຄື່ອນໄຫວດ້ານການເງິນທີ່ນຳໃຊ້ບັນດາວິທີການຄື: ການຄ້າເອເລັກໂຕນິກ ແລະ ການຊຳລະໃນພື້ນຖານການເງິນ ເອເລັກໂຕນິກ… ແມ່ນບັນດາທິດທາງໃໝ່ເພື່ອຍົກສູງຕະຫຼາດການເງິນຂອງບັນດາວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງທີ່ຂຶ້ນກັບບັນດາພື້ນຖານເສດຖະກິດ APEC.

        ແລະກໍ່ໃນວັນດຽວກັນ, ໃນຂອບເຂດສັບປະດາກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດນ້ອຍ ແລະ ກາງ APEC 2017, ຢູ່ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ (MSME) ເລີ່ມທຸລະກິດ ປ່ຽນໃໝ່ ແລະ ຂະຫຍັນຂັນເຄື່ອນໃນພາກພື້ນ APEC.”

ຕອບກັບ

ຂ່າວ/ບົດ​ອື່ນ