ຍົກ​ສູງ​ທີ່​ຕັ້ງ ແລະ ບົດ​ບາດ ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ​ຢູ່ ສ.ເຊັກ​ໂກ

(VOVWORLD) -ວັນທີ 3 ທັນວາ, ຢູ່ Praha ໄດ້ດຳເນີນການເຈລະຈາດ້ວຍຫົວຂໍ້ “ກຳລັງແຮງຂອງ ອາຊຽນ ໃນທາງກາງຄວາມດຸ່ນດ່ຽງ ລະຫວ່າງກຳລັງແຮງຍຸດທະສາດ ແລະ ຄວາມມີຫຼາຍຮູບຫຼາບສີ”.
ຍົກ​ສູງ​ທີ່​ຕັ້ງ ແລະ ບົດ​ບາດ ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ​ຢູ່ ສ.ເຊັກ​ໂກ - ảnh 1ເອກອັກຄະລັດຖະທູດບັນດາປະເທດອາຊຽນຖ່າຍຮູບນຳຜູ້ເຂົ້າຮ່ວມ 

ນັກປາຖະກະຖາຢູ່ທີ່ ການເຈລະຈາ ແມ່ນເອກອັກຄະລັດຖະທູດບັນດາປະເທດຄື: ອິນໂດເນເຊຍ, ມຽນມາ, ຟີລິບປິນ, ມາເລເຊຍ ແລະ ອັກຄະລັດຖະທູດ ໄທ ແລະ ຫວຽດນາມ. ການເຈລະຈາໄດ້ດຶງດູດການເຂົ້າຮ່ວມຂອງວົງການນັກຄົ້ນຄ້ວາກ່ຽວກັບອາຊີ, ນັກສຶກສາພະແນກພົວພັນສາກົນມະຫາວິທະຍາໄລ ເສດຖະກິດ Praha ຢ່າງຫຼວງຫຼາຍ.

ການເຈລະຈາເພື່ອແນໃສ່ສະໜອງບັນດາຂໍ້ມູນພື້ນຖານ, ອັບເດັດກ່ຽວກັບປະຊາຄົມອາຊຽນໃຫ້ແກ່ບັນດານັກສຶກສາ, ນັກຄົ້ນຄ້ວາກ່ຽວກັບບັນດາປະເທດອາຊີເວົ້າລວມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ເວົ້າສະເພາະ.

ກ່າວຄຳເຫັນທີ່ການເຈລະຈາ, ທ່ານ ປ.ອ Tomas Petru ນັກຊ່ຽວຊານຄົ້ນຄ້ວາອາຊຽນ, ຜູ້ຈັດການໃນບັນດາ ເຫດການໃຫ້ຮູ້ວ່າ:

ຂ້າພະເຈົ້າເຫັນວ່າ ບັນດານັກ ປາຖະກະຖາ ໄດ້ສະແດງຢ່າງກະທັດຮັດ ດ້ວຍຂໍ້ມູນຂ່າວສານທີ່ອຸດົມສົມບູນຫຼາຍຢ່າງກ່ຽວກັບ ຫົວເລື່ອງ ອາຊຽນ, ໃນນັ້ນ ລວມມີບັນດາສິ່ງທ້າທາຍເຊິ່ງອາຊຽນຕ້ອງປະເຊີນໜ້າ ແລະ ແກ້ໄຂ, ນັບແຕ່ບັນຫາຄວາມໝັ້ນຄົງ ຈົນຮອດບັນຫາສິດທິມະນຸດ, ກຳລັງດັນຈາກພາຍນອກຄື ຂອງຈີນ ຢູ່ທະເລຕາເວັນອອກ, ກໍ່ຄືລັກສະນະ ແກ້ງແຍ້ງ ແລະ ບັນດາປັດໄຈຕ່າງໆທີ່ກ່ຽວຂ້ອງ. ຂ້າພະເຈົ້າຕີລາຄາສູງການປະກອບສ່ວນນີ້ຂອງບັນດານັກປາຖະກະຖາ.

ນັກຂ່າວ VOV ປະຈຳ Praha

ຕອບກັບ

ຂ່າວ/ບົດ​ອື່ນ