ຍົກ​ສູງ​ປະ​ສິ​ດ​ທິ​ຜົນ​ການໂຄ​ສະ​ນາ​ໃນ​ຂົງ​ເຂດ ​ການ​ທະ​ຫານ, ການປ້ອງ​ກັນ​ຊາດ

(VOVWORLD) -ຕອນບ່າຍວັນທີ 21 ກຸມພາ, ຢູ່ ຮ່າໂນ້ຍ, ອົງຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະກັບການນຳບັນດາອົງການຊີ້ນຳ, ອົງການບໍລິຫານ, ອົງການຖະແຫຼງຂ່າວສູນກາງເນື່ອງໃນໂອກາດຕົ້ນປີໃໝ່ປີຂານ 2022.
ຍົກ​ສູງ​ປະ​ສິ​ດ​ທິ​ຜົນ​ການໂຄ​ສະ​ນາ​ໃນ​ຂົງ​ເຂດ ​ການ​ທະ​ຫານ, ການປ້ອງ​ກັນ​ຊາດ - ảnh 1ທ່ານພົນເອກ ຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN)

ກ່າວຄຳເຫັນຢູ່ນີ້, ທ່ານພົນເອກ ຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງການຕ່າງປະເທດ ແລະ ບັນດາອົງການຖະແຫຼງຂ່າວທີ່ເປັນກຳລັງຫຼວງຂອງສູນກາງ ສືບຕໍ່ສົມທົບຢ່າງແໜັ້ນແຟ້ນກັບກະຊວງປ້ອງກັນປະເທດແນໃສ່ຍູ້ແຮງ, ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດປ້ອງກັນຊາດ; ສົມທົບກັນປະຕິບັດການແລກປ່ຽນ, ສະໜອງຂໍ້ມູນໃຫ້ເປັນຢ່າງດີ, ບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການສວຍໃຊ້ໂອກາດເພື່ອຍຸແຍ່, ມ້າງເພທຳລາຍພັກ, ລັດ, ກອງທັບ. ທ່ານພົນເອກ ຟານວັນຢ່າງ ໄດ້ເນັ້ນໜັກວ່າ ບັນດາອົງການຖະແຫຼງຂ່າວຂອງສູນກາງຕ້ອງສົມທົບກັບກະຊວງປ້ອງກັນປະເທດ ຄົ້ນຄ້ວາຍົກສູງຄູນນະພາບຂໍ້ມູນໂຄສະນາຢ່າງຮອບດ້ານ, ເລິກເຊິ່ງກວ່າອີກກ່ຽວກັບໜ້າທີ່ການທະຫານ, ປ້ອງກັນຊາດ; ຜະລິດບັນດາລາຍການສາລະຄະດີ, ຮູບເງົາເອກະສານເພື່ອອອກອາກາດໃນບັນດາຊ່ອງກະຈາຍສຽງ, ໂທລະພາບເນື່ອງໃນໂອກາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງປະເທດ, ກອງທັບ, ກະຊວງປ້ອງກັນປະເທດ ຈະສືບຕໍ່ຊີ້ນຳບັນດາອົງການ, ໜ່ວຍງານໃນທຸກຂັ້ນເພີ່ມທະວີການສົມທົບກັນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາອົງການຖະແຫຼງຂ່າວ, ສື່ມວນຊົນພາຍໃນປະເທດ ໄດ້ມີການຖະແຫຼງຂ່າວ, ໂຄສະນານຢ່າງທັນການ, ມີປະສິດທິຜົນກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ພົວພັນຕ່າງປະເທດປ້ອງກັນຊາດ ແລະ ການເຄື່ອນໄຫວກໍ່ສ້າງທະຫານປະຊາຊົນ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ