ຍົກ​ສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະ​ສົບເຄາະ​ຮ້າຍ​ຈາກ​ລະເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ

(VOVWORLD) -ເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍຢ່າງມີປະສິດທິຜົນ, ສູນເກັບກູ້ລະເບີດພາກພື້ນອາຊຽນ ພວມສົມທົບກັບບັນດາປະເທດສະມາຊິກ ອາຊຽນ ປະຕິບັດໂຄງການ “ຍົກສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະສົບເຄາະຮ້າຍ ຢູ່ບັນດາປະເທດສະມາຊິກ ອາຊຽນ”. 
ຍົກ​ສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະ​ສົບເຄາະ​ຮ້າຍ​ຈາກ​ລະເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ - ảnh 1ທ່ານ ງວຽນແຮັງຟຸກ, ຮອງຫົວໜ້າສູນ ເກັບກູ້ລະເບີດລະດັບຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ສູນເກັບກູ້ລະເບີດ ແຫ່ງຊາດຫວຽດນາມ ໄດ້ ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງກະຊວງປ້ອງກັນປະເທດ ແລະ ສູນເກັບກູ້ລະເບີດພາກພື້ນ ອາຊຽນໄດ້ຈັດຕັ້ງກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບການຍົກສູງປະສິດທິຜົນ ໂຄງການຊວ່ຍເຫຼືອຜູ້ປະສົບເຄາະຮ້າຍຈາກລະເບີດໝາກໝິ່ນ,ວັດຖຸລະເບີດພາຍຫຼັງສົງຄາມໃນບັນດາປະເທດສະມາຊິກ ອາຊຽນ.       

ກອງປະຊຸມໄດ້ສຸມໃສ່ນຳສະເໜີ ແລະ ປຶກສາຫາລືບາງເນື້ອໃນຕົ້ນຕໍ, ລວມມີ: ການກຳນົດທິດທາງກ່ຽວກັບບາງວິທີການປະມວນຕໍ່ກັບການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ; ວິທີປະຕິບັດທີ່ມີປະສິດທິຜົນທີ່ສຸດ ແລະ ບັນດາສິ່ງທ້າທາຍໃນການນຳໃຊ້ວິທີສຳຜັດການປະມວນລະດັບປະເທດ; ທັດສະນະແຫ່ງຊາດ ກ່ຽວກັບການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ວິທີການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ; ສ້າງຕັ້ງລະບົບການຊ່ວຍເຫຼືອຜູ້ປະສົບ ເຄາະຮ້າຍລະດັບພາກພື້ນ…

ເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍຢ່າງມີປະສິດທິຜົນ, ສູນເກັບກູ້ລະເບີດພາກພື້ນອາຊຽນ ພວມສົມທົບກັບບັນດາປະເທດສະມາຊິກ ອາຊຽນ ປະຕິບັດໂຄງການ “ຍົກສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະສົບເຄາະຮ້າຍ ຢູ່ບັນດາປະເທດສະມາຊິກ ອາຊຽນ”. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກກອງທຶນ ຮ່ວມມືອາຊຽນ-ສ.ເກົາຫຼີ ແລະ ໄດ້ຜັນຂະຫຍາຍແຕ່ເດືອນ ມັງກອນ ປີ 2021; ຄາດວ່າໂຄງການຈະສຳເລັດໃນ ເດືອນ ມັງກອນ ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ