ຍິງບັ້ງໄຟດອກສາກົນ ດ່ານັ້ງ 2012

ຍິງບັ້ງໄຟດອກສາກົນ ດ່ານັ້ງ 2012 - ảnh 1
ການ​ເສັງຍິງ​ບັ້ງ​ໄຟ​ດອກ​ສາກົນ​ດ່າ​ນັ້ງ 2012
(ພາບ: google.com.vn)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ ”ສີສັນ​ດ່າ​ນັ້ງ”, ການ​ເສັງຍິງ​ບັ້ງ​ໄຟ​ດອກ​ສາກົນ​ດ່າ​ນັ້ງ 2012 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຄຳ່​ຄືນ​ວັນ​ທີ 29/4 , ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 5 ທິມ ທີ່​ມາ​ຈາກ ການ​ນາ​ດາ, ຈີນ, ຝລັ່ງ, ອີ​ຕາ​ລີ ​ແລະ​ ຫວຽດນາມ. ການ​ເສັງຍິງ​ບັ້ງ​ໄຟ​ດອກ​ສາກົນ​ດ່າ​ນັ້ງ ປີ​ນີ້​ຈະ​ດຳ​ເນີນ​ໃນ​ວັນ​ທີ 29 ​ແລະ 30/4. ​ໃນ​ຄຳ່​ຄືນ​ວັນ​ທີ 29/4 ມີ 3 ທິມ​ເຂົ້າ​ຮ່ວມ​ການ​ເສັງ​ແມ່ນ​ກາ​ນາ​ດາ, ຫວຽດນາມ ​ແລະ ຈີນ. ທິມກາ​ນາ​ດາ​ຍິງ​ບັ້ງ​ໄຟ​ດອກ​ດ້ວຍ​ຫົວ​ຂໍ້​ວ່າ  ”​​ໄຕ້​ແສງ​ສະຫວ່າງ​ໃນຍາມ​ຄຳ່​ຄືນດ່າ​ນັ້ງ”, ທິມຫວຽດນາມ​ ເລືອກ​ເຟັ້ນຫົວ​ເລື່ອງ​ຍ້ອງ​ຍໍ​ສັນລະ​ເສີນ​ປະ​ເທດ​ຊາດ​ພາຍຫຼັງ 37 ປີ ​ແຫ່ງ​ວັນ​ປົດ​ປ່ອຍ ​ແລະ ການ​ພັດທະນາ, ສ່ວນ​ທິມຈີນ​ແມ່ນ​ເລືອກ​ເຟັ້ນເລື່ອງ​ລາວ​ທີ່​​ເວົ້າ​ເຖິງ​ຊີວິດ​ສັນຕິພາບ  ​ແລະ ​ຄວາມສະຫງົບສຸກ.

 

ຂ່າວ/ບົດ​ອື່ນ