ຍີ່ປຸ່ນ ແລະ ຟິລິບປີນ ໃຫ້ຄຳໝັ້ນສັນຍາຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລໂດຍອີງໃສ່ລະບຽບກົດໝາຍ

(VOVWORLD) -2 ປະເທດກໍ່ຈະເພີ່ມທະວີການພົວພັນ 2 ຝ່າຍ ແລະ ມຸ່ງໄປເຖິງເປົ້າໝາຍຟື້ນຟູການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ຕັ້ງໜ້າມຸ່ງໄປເຖິງການຟື້ນຟູພື້ນຖານເສດຖະກິດໃນໄລຍະຫຼັງໂລກລະບາດໂຄວິດ-19.
ຍີ່ປຸ່ນ ແລະ ຟິລິບປີນ ໃຫ້ຄຳໝັ້ນສັນຍາຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລໂດຍອີງໃສ່ລະບຽບກົດໝາຍ - ảnh 1ທ່ານປະທານາທິບໍດີ ຟີລິບປິນ ຄົນໃໝ່ Ferdinand Marcos Jr
(ພາບ: AFP/TTXVN)

ວັນທີ 30 ມິຖຸນາ, ທ່ານປະທານາທິບໍດີ ຟີລິບປິນ ຄົນໃໝ່ Ferdinand Marcos Jr ແລະ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoshimasa Hayashi ໄດ້ເຫັນດີນຳກັນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັກສາ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລໂດຍອີງໃສ່ລະບຽບກົດໝາຍ. ກ່າວຄຳເຫັນຖະແຫຼງຂ່າວທາງອອນລາຍ ພາຍຫຼັງການເຈລະຈາກັບທ່ານປະທານາທິບໍດີ Macrcos ຢູ່ນະຄອນຫຼວງ Manila (ຟີລິບປິນ), ທ່ານລັດຖະມົນຕີການຕ່າງປະເທດ Yoshimasa Hayashi ເນັ້ນໜັກວ່າ 2 ປະເທດກໍ່ຈະເພີ່ມທະວີການພົວພັນ 2 ຝ່າຍ ແລະ ມຸ່ງໄປເຖິງເປົ້າໝາຍຟື້ນຟູການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ຕັ້ງໜ້າມຸ່ງໄປເຖິງການຟື້ນຟູພື້ນຖານເສດຖະກິດໃນໄລຍະຫຼັງໂລກລະບາດໂຄວິດ-19. ທ່ານລັດຖະມົນຕີການຕ່າງປະເທດ Yoshimasa Hayashi ຊີ້ແຈ້ງວ່າ: “ສິ່ງຈຳເປັນແມ່ນຕ້ອງເພີ່ມທະວີການພົວພັນກັບ ຟີລິບປິນ, ຄູ່ຮ່ວມມືຍຸດທະສາດສຳຄັນຂອງພວກຂ້າພະເຈົ້າຢູ່ພາກພື້ນ, ໃນບັນດາຂົງເຂດຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມປອດໄພໃນການເດີນເຮືອຢູ່ທະເລ ເພື່ອໄປເຖິງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ”.

ຕອບກັບ

ຂ່າວ/ບົດ​ອື່ນ