ຍີ່ປຸ່ນຍົກອອກບັນດາບຸລິມະສິດໃນການຮ່ວມມືກັບອາຟຼິກາ

ຍີ່ປຸ່ນຍົກອອກບັນດາບຸລິມະສິດໃນການຮ່ວມມືກັບອາຟຼິກາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
ພາບ:internet

(vovworld)- ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ສາ​ກົນ ໂຕ​ກຽວ ກ່ຽວ​ກັບ​ການ​ພັດ​ທະ​ນາ ອາ​ຟ​ຼິ​ກາ ຈະ​ຈັດ​ຂຶ້ນ​ຢູ່ Nairobi ແຕ່​ວັນ​ທີ 27-28/8, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Kenya, Uhru Kenyatta ໃນ​ວັນ​ທີ 26/8, ໃນ​ນັ້ນ ກຳ​ນົດ​ບັນ​ດາ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຍີ່​ປຸ່ນ ແລະ ອາ​ຟ​ຼິ​ກາ ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ທ່ານ Abe ຖະ​ແຫລງວ່າ ປະ​ຊາ​ຊົນ ອາ​ຟ​ຼິ​ກາ ຈຳ​ເປັນ​ຕ້ອງ​ມີ​ຄວາມ​ເສ​ລິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ. ທ່ານ Abe ກໍ່​ເຕື້ອງ​ເຖິງ 3 ບັນ​ຫາ​ຫລັກ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ນັ້ນ​ແມ່ນ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຂອງ ອາ​ຟ​ຼິ​ກາ, ປັບ​ປຸງ​ການ​ເບິ່ງ​ແຍງ​ສາ​ທາ​ລະ​ນະ​ສຸກ ແລະ ຄວາມ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ວີບ​ພວມ​ຖືກ​ທຳ​ລາຍ​ຍ້ອນ​ບັນ​ດາ​ວິ​ກິດ​ການ. ສ່ວນ​ທ່ານ Uhru Kenyatta ປະ​ທາ​ນາ​ທິ​ບໍ​ດີ Kenya ໄດ້​ເນັ້ນ​ຫນັກ​ວ່າ: ບັນ​ດາ ປະ​ເທດຫລຸດ​ພົ້ນ​ອອກ​ຈາກ​ຜົນ​ສະ​ທ້ອນ​ຄວາມ​ທຸກ​ຍາກ​ລ້ວນ​ແຕ່​ປະ​ຕິ​ບັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ