ຍີ່ປຸ່ນປະກາດແຜນການຊ່ວຍເຫຼືອພັດທະນາອະນຸພາກພື້ນແມ່ນ້ຳຂອງ


ຍີ່ປຸ່ນປະກາດແຜນການຊ່ວຍເຫຼືອພັດທະນາອະນຸພາກພື້ນແມ່ນ້ຳຂອງ - ảnh 1

ຍີ່ປຸ່ນປະກາດ​ແຜນການ​ຊ່ວຍ​ເຫຼືອ​ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ
(ພາບ: TTXVN)

(vovworld) - ວັນ​ທີ 2/5, ທ່ານ Fumio Kishida ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ພວມ​ຢູ່​ຢ້ຽມຢາມ ​ໄທ ​ໄດ້​ປະກາດ​ຂໍ້​ລິ​ເລີ່​ມຊ່ວຍ​ເຫຼືອ​ເງິນ 7 ຕື້ USD ​ໃນ 3 ປີ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ຂອງ​​ເຂດ​ລຸ່ມ​ແມ່​ນ້ຳຂອງ, ​ເຊິ່ງລວມມີ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຄື: ຫວຽດນາມ, ລາວ, ​ໄທ. ທ່ານ Fumio Kishida ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ການ​ພັດທະນາ​ເສດຖະກິດ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ສຳລັບ ຍີ່ປຸ່ນ. ຂໍ້​ລິ​ເລີ່​ມດັ່ງກ່າວ​ຈະ​ຊ່ວຍ​ເພີ່ມ​ທະວີ “ການ​ເຊື່ອມ​ຕໍ່“ ລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຍີ່ປຸ່ນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ Fumio Kishida ​ໄດ້​ຮຽກຮ້ອງ​ກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ​ເນັ້ນ​ໜັກ, ຢາກ​ມີ​ຄວາມ​ວັດທະນາ​ຖາວອນ ​ແມ່ນ​ຕ້ອງ​ມີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຄຽງ​ຂ້າງ​ນັ້ນ​ທ່ານ​ກໍ່​ຮຽກຮ້ອງ​ບັນດາ​ປະ​ເທດ ອາ​ຊຽນພ້ອ​ມກັນ​ຮັບ​ມື​ກັບ​ບັນດາ​ບັນຫາ​ກ່ຽວ​ກັບ​ລັດທິ​ກໍ່​ການ​ຮ້າຍ, ຫົວ​ຮຸນ​ແຮງ ​ແລະ ຮັບປະກັນ​ຄວາມສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ກໍ່​ຄື​ຮັກສາ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ