ຍີ່ປຸ່ນປະຕິເສດກັບຄືນສູ່ການເຈລະຈາກັບອາເມລິກາກ່ຽວກັບ TPP

(VOVWORLD) -ວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ປະຕິເສດເລື່ອງເປີດການເຈລະຈາກັບອາເມລິກາ ກ່ຽວກັບສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຄືນໃໝ່
ຍີ່ປຸ່ນປະຕິເສດກັບຄືນສູ່ການເຈລະຈາກັບອາເມລິກາກ່ຽວກັບ TPP - ảnh 1 (ພາບປະກອບ)

ເມື່ອມີຂ່າວວ່າ ປະເທດນີ້ອາດຈະກັບຄືນສູ່ການເຈລະຈາກ່ຽວກັບສັນຍາດັ່ງກ່າວ. ທ່ານ Abe ເນັ້ນໜັກວ່າ, ຍີ່ປຸ່ນ ຊົມເຊີຍເລື່ອງອາເມລິກາ ເຕື້ອງເຖິງການກັບຄືນສູ່ການເຈລະຈາກ່ຽວກັບ TPP, ແຕ່ TPP ໄດ້ຕົກລົງກັນວ່າ ການເຈລະຈາມີພຽງແຕ່ 11 ປະເທດເທົ່ານັ້ນ ແລະ ບໍ່ມີການເຂົ້າຮ່ວມຂອງອາເມລິກາ, ເລື່ອງປ່ຽນແປງຂໍ້ຕົກລົງແມ່ນສິ່ງທີ່ບໍ່ອາດເປັນໄປໄດ້.

        ກ່ອນໜ້ານັ້ນ, ທີ່ເວທີປາໄສເສດຖະກິດໂລກເຊິ່ງໄດ້ດຳເນີນຢູ່ Davos, ປະເທດສະວິດ, ທ່ານປະນາທິບໍດີອາເມລິກາ Donald Trump ໄດ້ເຕື້ອງເຖິງເລື່ອງຈະພິຈາລະນາການເຈລະຈາຫຼາຍຝ່າຍກັບບັນດາປະເທດເຂົ້າຮ່ວມ TPP.

ຕອບກັບ

ຂ່າວ/ບົດ​ອື່ນ