ຍີປຸ່ນຜັນຂະຫຍາຍ ລະບົບລູກສອນໄຟ ຕີສະກັດ

ຍີປຸ່ນຜັນຂະຫຍາຍ ລະບົບລູກສອນໄຟ ຕີສະກັດ - ảnh 1
​ລູກ​ສອນ​ໄຟຖືກ​ນຳ​ມາ​ຕັ້ງ​ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນຊາດຍີປຸ່ນ
(ພາບ: AP)


Vovworld- ລັດຖະບານ ຍີ​ປຸ່ນ​ໄດ້​ໃຫ້ຜັນ​ຂະຫຍາຍ​ລະບົບ​ລູກ​ສອນ​ໄຟ​ຕີສະກັດ, ພາຍຫຼັງ​ທີ່ ສ.ປ.ປ.​ເກົ​າຫຼີຖະ​ແຫຼ​ງວ່າ ຈະ​ຍິງ​ລູກ​ສອນ​​ໄຟລູກ​ໜຶ່ງ​ໂດຍຕິດ​ດາວ​ທຽມ​ໃນ​ເດືອນ 12 ນີ້ ​ເຊິ່ງຍີ​ປຸ່ນຖື​ວ່າ ທາງ​ດ້ານ​ເນື້ອ​ແທ້​ແມ່ນ​ການ​ຍິງທົດ​ລອງລູກ​ສອນ​​ໄຟ​ນຳ​ວິຖີ. ວັນ​ທີ 2/12, ກຳລັງ​ປ້ອງ​ກັນ​ຕົວ​ຍີ​ປຸ່ນ​ໄດ້​ເລີ່​ມຜັນ​ຂະຫຍາຍ​ບັນດາ​ກົມ​ກອງ​ເພື່ອ​ຍິງ​ສະກັດ​ບັນດາ​ສິ້ນ​ສ່ວນ​ຈາກ ລູກ​ສອນ​​ໄຟ​ຂອງ​ພຽງ​ຢາງ. ມີ​ກົມ​ກອງປ້ອງ​ກັນ​ອາກາດ​ກົມ​ກອງ​ໜຶ່ງ​ໄດ້​ເລີ່​ມ​ເຄື່ອນ​ຍ້າຍ​ຈາກຄ້າຍ​ທະຫານ Hakusan ຢູ່​ແຂວງ​ ວາ​ກາ​ຢາ​ມາ ​ໄປ​ຍັງ ກິ​ນາວາ ທາງ​ພາກ​ໃຕ້​ຂອງ​ຍີ​ປຸ່ນ. ສ່ວນ​ກົມ​ກອງ​ອື່ນໆ​ຂອງ​ຍີ​ປຸ່ນທີ່​ມີ​ການ​ປະກອບລະບົບ​ລູກ​ສອນ​ໄຟ​ຕີສະກັດ PAC-3 ກໍ​ໄດ້​ອອກ​ຈາກ​ຖານ​ທີ່​ໝັ້ນ​ຕັ້ງ​ຢູ່ 2 ​ແຂວງ ຊີ​ກາ ​ແລະ ຟູ​ກູ​ໂອກາ ​ແລ​້ວ. ກະຊວງ​ປ້ອງ​ກັນຊາ​ດຍີ່ປຸ່ນ​ຄາດ​ຄະ​ເນ​ວ່າ ລູກ​ສອນ​​ໄຟຂອງ ສ.ປ.ປ.​ເກົາຫຼີ​ ຈະບິນ​ຜ່ານ​ເກາະ ຊາ​ກິ​ຊິ​ມະ ຂອງໂອກິນາວາ.

ຂ່າວ/ບົດ​ອື່ນ