ຍີ່ປຸ່ນພົບເຫັນກ່ຳປ່ັນກວດກາທາງທະເລຂອງຈີນແຊກຊຶມເຂດນ່ານທະເລ

ຍີ່ປຸ່ນພົບເຫັນກ່ຳປ່ັນກວດກາທາງທະເລຂອງຈີນແຊກຊຶມເຂດນ່ານທະເລ - ảnh 1
ກ່ຳ​ປັ່ນກວດກາ​ທາ​ງທະ​ເລ​ຂອງ​ ຈີນ
(ພາບ: AFP/TTXVN)

(vovworld) – ​ ກຳລັງ​ປ້ອງ​ກັນຝ​ັ່ງທະ​ເລ ຍີ່ປຸ່ນ (JCG) ​ໃຫ້​ຮູ້​ວ່າ: ຕອນ​ເຊົ້າ​ວັນທີ 06/11 ກ່ຳ​ປັ່ນກວດກາ​ທາ​ງທະ​ເລ 4 ລຳ​ຂອງ​ ຈີນ ​ໄດ້​ແລ່ນ​​ເຂົ້າ​ເຂດນ່ານ​ທະ​ເລ ຍີ່ປຸ່ນ ອ້ອມ​ຂ້າງໝູ່​​ເກາ​ະ Senkaku ຊຶ່ງ ບັກ​ກີ​ງ ກໍ່​ຖະ​ແຫຼ​ງປະກາດອະທິປະ​ໄຕ ​ແລະ ​ເອີ້ນ​ວ່າ ຕ໋ຽວອີ້ ​ໃນ​ທະ​ເລ ຮວາ​ຕູ​ງ. ຕາມ JCG ​ແລ້ວ, ບັນດາ​ກ່ຳ​ປັ່ນ​ດັ່ງ​ກ່າວ​ຖືກ​ພົບ​ເຫັນ​​ແລ່ນເຂົ້າ​ເຂດ​ນ່ານທະ​ເລ ຍີ່ປຸ່ນ ​ປະມານ​ເວລາ 10 ​ໂມງ (ຕາ​ມ​ເວລາ​ທ້ອງ​ຖິ່ນ). ກຳ່​ປັ່ນ​ລຳ​ໜຶ່ງ​ຂອງ JCG ​ໄດ້​ສົ່ງ​ສານກ່າວ​ເຕື່ອນ​ເຖິງ​ບັນດາ​ກຳ່​ປັ່ນ ຈີນ, ຮຽກຮ້ອງບັນດາ​ກຳ່ປັ່ນ​ດັ່ງກ່າວ​ຈົ່ງ​ແລ່ນອອກ​ຈາກ​ເຂດ​ນ່ານທະ​ເລ ຍີ່ປຸ່ນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ ບັນດາ​ກ່ຳ​ປັ່ນກວດກາ​ທາງ​ທະ​ເລຂອງ ຈີນ ​ແຊກ​ຊຶມ​ເຂດ​ນ່ານທະ​ເລ ຍີ​່ປຸ່ນ ນັບ​ແຕ່​ເມື່ອ​ວັນ​ທີ 18/10 ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ