ຍີ່ປຸ່ນພົບເຫັນກຳ່ປັ່ນເດີ່ນບີນຈີນບົນທະເລຮວາຕຸງ

ຍີ່ປຸ່ນພົບເຫັນກຳ່ປັ່ນເດີ່ນບີນຈີນບົນທະເລຮວາຕຸງ - ảnh 1
​ກຳ່​ປັ່ນ​ເດີ່ນ​ບິນແຫຼວ​ໜິງຂອງ​ ຈີນ
(ພາບ: THX/TTXVN)

(vovworld) - ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ, ກຳ່​ປັ່ນ​ສູ້​ຮົບ​ຂອງ​ປະ​ເທດ​ນີ້​ໄດ້​ຄົ້ນ​ພົບ​ກຳ່​ປັ່ນ​ເດີ່ນບິນ​ແຫຼວ​ໜິງຂອງ​ ຈີນ​ ທີ່​ປະກົດ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ເຂດ​ກາງ​ທະ​ເລ ​ຮວາ​ຕຸ​ງ ​ໃນ​ຕອນ​ເຊົ້າວັນ​ທີ 24/12 ​ແລະ ພວມເຄື່ອນ​ຍ້າຍ​ໄປ​ທາງ​ທິດຕາ​ເວັນ​ອອກ. ຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ​ແລ້ວ​ກຳ່​ປັ່ນ​ເດີ່ນ​ບິນແຫຼວ​ໜິງຂອງ​ ຈີນ, ​ໄດ້​ປະກົດ​ພ້ອມ​ກັບ​ກຳ່​ປັ່ນປົກຄອງ 7 ລຳ. ​ແຈ້ງ​ການ​ຂອງ ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ​ບໍ່​ສະໜອງ​ຂໍ້​ມູນ​ຕື່ມ​ອີກກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງກອງ​ກຳ່​ປັ່ນ​ດັ່ງກ່າວ​ເທື່ອ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກຳ່​ລັງ​ປ້ອງ​ກັນ​ບົນ​ທະ​ເລ​ຂອງ ຍີ່ປຸ່ນ ໃຫ້​ຮູ້​ພວມ​ຕິດຕາມ​ສະພາບ​ການ​ຢ່າງ​ແໜ້ນ​ແຟ້ນ. ກ່ອນ​ນັ້ນ​ມື້ໜຶ່ງ, ຂ່າວສານ​ຊິນ​ຮວາ​ ໄດ້​ໃຫ້​ຂ່າວ​ວ່າ​ມີ​ກຳ່​ປັ່ນ​ກອງ​ໜຶ່ງ​ຂອງ​ ຈີນ, ​ໃນ​ນັ້ນ​ມີ​ກຳ່​ປັ່ນ​​ເດີ່ນ​ບິນ​​ແຫຼວ​ໜິງໄດ້​ເດີນທາງ​ໄປ​ຍັງ​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ ປາຊີ​ຟິກ ​ເພື່ອ​ດຳ​ເນີນ​ການ​ຊ້ອມ​ຮົບ​ປະຈຳ​ໄລຍະ.

ຂ່າວ/ບົດ​ອື່ນ