ຍີ່ປຸ່ນລົງທຶນເກືອບ38ຕື້USDເຂົ້າຫວຽດນາມ

ຍີ່ປຸ່ນລົງທຶນເກືອບ38ຕື້USDເຂົ້າຫວຽດນາມ - ảnh 1

(vovworld) –  ຕອນ​ເຊົ້າ​ວັນ​ທີ 6/3, ນະຄອນ ດ່າ​ນັ້ງ ​ໄດ້​ຈັດ​ຕັ້ງ​ລາຍການ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເຂົ້າ​ນະຄອນ. ທ່ານ​ດັ້ງ​ວຽດຢູ້ງ, ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ ​ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ: ນະຄອນ​ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ເມື່ອ​ນອນ​ໃນ​ແລວ​ເສດຖະກິດ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ມີ​ທາງຄົມມະນາຄົມ​ສະດວກສະບາຍ, ມີ​ແຫຼ່ງຊັບພະ​ຍານ​ກອນມະນຸດ​ອຸດົມ​ສົນ​ບູນ, ພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ​ເຂດ​ອຸດສາຫະກ​ຳ​ແມ່ນ​ສົມບູນ. ພິ​ເສດ​ແມ່ນ​ເຂດ​ເຕັກ​ໂນ​ໂລ​ຢີສູງ​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ວ່ອງ​​ໄວ​ເພື່ອ​ຕ້ອນຮັບ​ບັນດາ​ນັກ​ລົງທຶນ:

        “​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ໃນ​ອະນາຄົດ, ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ​ປຸ່ງ​ແຕ່ງ, ອຸດສາ​ຫະກຳສ​ຳຮອງ… ຄຽງ​ຄູ່​ກັນ​ນັ້ນ ຍັງ​ມີ​ບັນດາ​ຂົງ​ເຂດ​ກ່ຽວ​ຂ້ອງ​ເຖິງ​ສາທາລະນະ​ສຸກ, ສ້າງ​ເຂດ​ພັກ​ຜ່ອນ​ບຳລຸງ​ສຸຂະພາບ​ອີກ​ດ້ວຍ. ນະຄອນ ດ່າ​ນັ້ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສ້າງ​ທຸກເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ​ເວົ້າ​ລວມ, ວິ​ສາ​ຫະກິດ ຫວຽດນາມ, ວິ​ສາ​ຫະກິດ ດ່າ​ນັ້ງ ຮ່ວມ​ມື​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ.”

        ຕາມ​ການ​ສະຖິຕິ​ຂອງ​ກົມ​ລົງທຶນ​ຈາກ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລ້ວ, ຮອດ​ທ້າຍ​ເດືອນ 6/2016, ຍີ່ປຸ່ນ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ທີ 2 ​ເຂົ້າ ຫວຽດນາມ ​ດ້ວຍ 2.600 ​ໂຄງການ, ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ເກືອບ​ 38 ຕື້ USD. ​ໃນ​ນັ້ນ, ນະຄອນ ​ໂຮ່ຈີ​ມິນ ມີ 120 ​ໂຄງການ​ລົງທຶນ.

ຂ່າວ/ບົດ​ອື່ນ