ຍີ່ປຸ່ນ,ອາເມລິກາແລະອິນເດຍໂຮມປະຊຸມ3ຝ່າຍກ່ຽວກັບການຮ່ວມມືປ້ອງກັນຄວາມປອດໄພໃນການເດີນເຮືອ

ຍີ່ປຸ່ນ,ອາເມລິກາແລະອິນເດຍໂຮມປະຊຸມ3ຝ່າຍກ່ຽວກັບການຮ່ວມມືປ້ອງກັນຄວາມປອດໄພໃນການເດີນເຮືອ - ảnh 1
ລັດຖະມົນຕີການຕ່າງປະເທດ 3 ປະເທດ 
(ພາບ: AFP)

(vovworld) –  ວັນ​ທີ 21/6, ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ ຍີ່​ປຸ່ນ, ອ​າ​ເມລິ​ກາ ​ແລະ ອິນ​ເດຍ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ 3 ຝ່າຍ​ຢູ່ ​ໂຕ​ກຽວ. ທີ່​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງກັນ​ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ເຮືອ ​ໃນ​ສະພາບ​ການ ຈີນ ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຮວາ​ຕູ​ງ ກໍ່​ຄື​ມະຫາ​ສະໝຸດ​ອິນ​ເດຍ.

        ກ່ຽວຂ້ອ​ງ​ເຖິງ​ບັນຫາ​ທະ​ເລ​ຮວາ​ຕູ​ງ, ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 19 – 20/6, ມີ​ກຳ່​ປັ່ນ​ຂອງ​ທະຫານ​ເຮືອ ຈີນ ​ລຳ​ໜຶ່ງໄດ້​ປະກົດ​ຢູ່​ໃກ້​ກັບ​ໝູ່​ເກາະ​​ເຊິ່ງ​ປະຈຸ​ບັນ​​ແມ່ນ ​ໂຕ​ກຽວ ພວມຄວບ​ຄຸມ ​ແລະ ​ເອີ້ນ​ວ່າ Senkaku ​ໃນ​ຂະນະ​ທີ່ ປັກ​ກ່ິງ ກໍ່​ຖະ​ແຫຼ​ງອະທິປະ​ໄຕ ​ແລະ ​ເອີ້ນ​ວ່າ ຕຽວອີ. ຕາມ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ແລ​້ວ, ຍ້ອນ​ກຳ່​ປັ່ນ​ສອດ​ແນມ​ຂອງ​ທະຫານ​ເຮືອ ຈີນ ​ໄດ້​ເຂົ້າ​ໄປ​ໃກ້​ກັບ​ໝູ່​ເກາະ​ດັ່ງກ່າວ​ໃນ​ເວລາ​ປະມານ 17 ​ໂມງ ວັນ​ທີ 19/6 ​ແລະ 14 ​ໂມງ ວັນ​ທີ​ 20/6, ​ແຕ່​ບໍ່​​ເຂົ້າຮອດ​ເຂດ​ນ່ານນຳ້​ຂອງ ຍີ​່ປຸ່ນ ກໍ່​ຄື​ບັນດາພາກ​ພື້ນ​ໃກ​້ກັບ​ເຂດ​ນ່ານນຳ້. ຍີ່​ປຸ່ນ​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ວ່າ​ທະຫານ​ເຮືອ ຈີນ “​ເພີ່ມທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພຽງ​ລຳພັງ​ຝ່າຍ​ດຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ