ຍ້ອງຍໍຊົມເຊີຍແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ປີ 2023

(VOVWORLD) - ລາງວັນແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ແມ່ນລາງວັນສູງສົ່ງຂອງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ເພື່ອແນໃສ່ຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ, ອາຍຸຕ່ຳກ່ວາ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນຫຼາຍຂົງເຂດ
ຍ້ອງຍໍຊົມເຊີຍແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ປີ 2023 - ảnh 1ທ່ານນາງຜູ້ຮັກສາການປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ແລະ ບັນດາແບບຢ່າງ ຫວຽດນາມ ດີເດັ່ນປີ 2023
(ພາບ:Thống Nhất/TTXVN)

ຕອນຄ່ຳວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບໜັງສືພິມ ຕ່ຽນຟອງ ຈັດຕັ້ງພິທີຍ້ອງຍໍຊົມເຊີຍ 10 ແບບຢ່າງ ຫວຽດນາມໜຸ່ມດີເດັ່ນ ແລະ 9 ແບບຢ່າງໜຸ່ມ ຫວຽດນາມ ທີ່ມີແງ່ຫວັງໃນປີ 2023. ທ່ານນາງຜູ້ຮັກສາການປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ເຂົ້າຮ່ວມພິທີ.

ລາງວັນແບບຢ່າງໜຸ່ມ ຫວຽດນາມ ດີເດັ່ນ ແມ່ນລາງວັນສູງສົ່ງຂອງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ເພື່ອແນໃສ່ຮັບຮູ້, ເຊີດຊູບັນດາແບບຢ່າງຊາວໜຸ່ມດີເດັ່ນ, ອາຍຸຕ່ຳກ່ວາ 35 ປີ, ມີຜົນງານພົ້ນເດັ່ນ, ດີເລີດໃນຫຼາຍຂົງເຂດ, ຄື: ການຮ່ຳຮຽນ, ການຄົ້ນຄ້ວາວິທະຍາສາດ - ປະດິດຄິດສ້າງ; ອອກແຮງງານທຳການຜະລິດ; ດຳເນີນທຸລະກິດ - ເລີ່ມຕົ້ນທຸລະກິດ... ລາງວັນໄດ້ສ້າງຂະບວນການແຜ່ຂະຫຍາຍຢ່າງກ້ວາງຂວາງໃນປະຊາຄົມກ່ຽວກັບຄວາມມານະພະຍາຍາມ, ສູ້ຊົນບື່ນຕົວຂຶ້ນຂອງໄວໜຸ່ມ, ສ້າງກຳລັງໜູນພັດທະນາຄວາມປິຊາສາມາດໃນໄວໜຸ່ມ ແລະ ຊຸກຍູ້ຂະບວນການແຂ່ງຂັນຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ, ຄົ້ນຄ້ວາວິທະຍາສາດ, ອອກແຮງງານ, ປະດິດຄິດສ້າງ... ໃນໝູ່ຊາວໜຸ່ມ - ເຍົາວະຊົນ.

ກ່າວຄຳເຫັນທີ່ພິທີ, ອ້າຍ ບຸ່ຍກວາງຮຸຍ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຢັ້ງຢືນບັນດາແບບຢ່າງໜຸ່ມໄດ້ຮັບການເຊີດຊູບໍ່ພຽງແຕ່ດີເດັ່ນ ຕາງໜ້າໃຫ້ຊາວໜຸ່ມເຍົາວະຊົນ ຫວຽດນາມ ປະມານ 24 ລ້ານຄົນເທົ່ານັ້ນ ຫາກຍັງໄດ້ເຕົ້າໂຮມບາງຈຸດລວມ, ນັ້ນແມ່ນຄວາມຢືດໝັ້ນ, ດຸໝັ່ນຂະຫຍັນພຽນ, ເດັດດຽວໃນເສັ້ນທາງຕົນເອງເລືອກເຟັ້ນ. ນັ້ນແມ່ນນ້ຳໃຈກ້າຄິດ, ກ້າທຳ, ຮູ້ວິທີນຳບັນດາຄວາມຮູ້ໂດຍຕົນເອງໄດ້ຝືກຝົນຫຼໍ່່ຫຼອມເຂົ້າສູ່ຊີວິດຕົວຈິງ...

ຕອບກັບ

ຂ່າວ/ບົດ​ອື່ນ