ຍ້ອງຍໍຕຳຫຼວດຍິງທີ່ດີເດັ່ນໃນທົ່ວປະເທດ142ຄົນ

ຍ້ອງຍໍຕຳຫຼວດຍິງທີ່ດີເດັ່ນໃນທົ່ວປະເທດ142ຄົນ - ảnh 1
ພົບປະແລກປ່ຽນຕຳຫຼວດຍິງທີ່ດີເດັ່ນ
(ພາບ: sggp.org.vn)


(vovworld) –  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫຼວດ​ປະຊາຊົນ (19/8/1945-19/8/2015), 10 ປີ​ແຫ່ງ​ວັນທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບປອດ​ໄພແຫ່ງ​ຊາດ, ວັນ​ທີ 7/7, ຢູ່​ນະຄອນ ດ່າ​ລາດ, ​ແຂວງ ​ເລີມ​ດົ່ງ, ກົມ​ໃຫຍ່​ຕຳຫຼວດ (ກະຊວງ​ຕຳຫຼວດ​ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ຕຳຫຼວດ​ຍິງ​ທີ່​ດີ​ເດັ່ນ​​ໃນທົ່ວ​ປະ​ເທດ 142 ຄົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ​ພົນ​ໂທ ​ເລ​ກຸ໋ຍ​ເວື​ອງ, ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງຕຳຫຼວດ​ຫວຽດນາມ ​ຕີ​ລາ​ສູງ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ກຳລັງ​ຕຳຫຼວດ​ຍິງ​ປະຊາຊົນ, ​ເຖິງ​ວ່າ​ຢູ່​​ໃນ​ຖານະຕຳ​ແໜ່​ງ​ໃດ​ກໍ​ຕາມເຂົາ​ເຈົ້າກໍ່​ລ້ວນ​ແຕ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນເປັນ​ຢ່າງ​ດີ, ຍາມ​ໃດ​ກໍ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ວຽກ​ງານ; ມີ​ລະດັບ​ຄວາມ​ຮູ້ທິດ​ສະ​ດີ​ດ້ານ​ການ​ເມືອງ, ກົດໝາຍ, ວິຊາ​ການ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ. ພິທີ​ຍ​້ອງຍໍ​ກໍ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ຕຳຫຼວດ​ຍິງ​ທີ່​ດີ​ເດັ່ນພົບປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ ​ແລະ ຊີວິດ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ຕຳຫຼວດ​ຍິງ​ປະຊາຊົນ 20.000 ຄົນ​ທີ່​ພວມປະຕິບັດ​ໜ້າ​ທີ່ ​ແລະ ສູ້​ຮົບ​​ໃນ​ບັນດາ​ຂົງ​ເຂດ, ວິຊາ​ການ​ຕ່າງ​ໆ.

ຂ່າວ/ບົດ​ອື່ນ