ຍ້ອງ​ຍໍ​ສັນ​ລະ​ເສີນ​ປັນ​ຍາ​ຊົນ​ຍິງ​ດີ​ເດັ່ນ​ຂອງ​ຂະ​ແໜງ​ການ​ແພດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງບັນດາການປະກອບສ່ວນໃນພາລະກິດແຫ່ງການເບິ່ງແຍງດູແລສຸຂະພາບປະຊາຊົນຂອງຖັນແຖວປັນຍາຊົນຍິງຂະແໜງການແພດເວົ້າລວມ ແລະ ສ່ວນບຸກຄົນດີເດັ່ນ ທີ່ໄດ້ຮັບການຍ້ອງຍໍສັນລະເສີນໃນຄັ້ງນີ້ເວົ້າສະເພາະ. ທ່ານ
ຍ້ອງ​ຍໍ​ສັນ​ລະ​ເສີນ​ປັນ​ຍາ​ຊົນ​ຍິງ​ດີ​ເດັ່ນ​ຂອງ​ຂະ​ແໜງ​ການ​ແພດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ມອບຊໍ່ດອກໄມ້ໃຫ້ແກ່ພິທີ 

ເນື່ອງໃນໂອກາດວັນແມ່ຍິງສາກົນ (ຄືວັນທີ 8 ມີນາ), ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ, ສະມາຄົມປັນຍາຊົນຍິງ ຫວຽດນາມ ແລະ ກຳມະບານການແພດ ຫວຽດນາມ ໄດ້ຈັດຕັ້ງພິທີຍ້ອງຍໍສັນລະເສີນ ປັນຍາຊົນຍິງດີເດັ່ນຂະແໜງການແພດ 51 ຄົນ. ນີ້ແມ່ນຄັ້ງທຳອິດຈັດຕັ້ງພິທີຍ້ອງຍໍສັນລະເສີນປັນຍາຊົນຍິງດີເດັ່ນຂະແໜງການແພດ .

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງບັນດາການປະກອບສ່ວນໃນພາລະກິດແຫ່ງການເບິ່ງແຍງດູແລສຸຂະພາບປະຊາຊົນຂອງຖັນແຖວປັນຍາຊົນຍິງຂະແໜງການແພດເວົ້າລວມ ແລະ ສ່ວນບຸກຄົນດີເດັ່ນ ທີ່ໄດ້ຮັບການຍ້ອງຍໍສັນລະເສີນໃນຄັ້ງນີ້ເວົ້າສະເພາະ. ທ່ານນາງປ.ອ ຟ້າມທູແຊງ, ຜູ້ອຳນວຍການໂຮງໝໍສາກົນ ແມ່ເດັກ ຫ໋າຍຝ່ອງ ເຊິ່ງແມ່ນໜຶ່ງໃນບັນດາປັນຍາຊົນຍິງດີເດັ່ນໄດ້ຮັບການຍ້ອງຍໍສັນລະເສີນໃນຄັ້ງນີ້ແບ່ງປັນວ່າ:

        ສຳລັບແຕ່ລະຄົນ, ໃນນັ້ນມີປັນຍາຊົນຍິງ, ໂດຍໄດ້ຮັບການຮັບຮູ້, ຍ້ອງຍໍສັນລະເສີນຈາກລັດ, ຂະແໜງການ, ສັງຄົມ ແມ່ນຂອງຂວັນທີ່ມີມູນຄ່າທີ່ສຸດ. ນີ້ຈະແມ່ນກຳລັງໜູນເພື່ອໃຫ້ປັນຍາຊົນຍິງແຕ່ລະຄົນສືບຕໍ່ເຮັດວຽກ, ອຸທິດສ່ວນເພື່ອສົມກັບການຍ້ອງຍໍຊົມເຊີຍນັ້ນ. ພວກຂ້າພະເຈົ້າຫວັງວ່າບັນດາການເຄື່ອນໄຫວຄືແນວນີ້ຈະສືບຕໍ່ໄດ້ຮັບການຮັກສາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ