ຍາມໃດຫວຽດນາມ ກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ ສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ

ຍາມໃດຫວຽດນາມ ກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ ສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ຄະນະ​ຜູ້​ແທນສະພາ​ບໍລິຫານ​ສະພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ຊຽນ - ອາ​ເມ​ລິ​ກາ
(ພາບ: VGP)


(vovworld) - ຕອນ​ບ່າຍ​ວັນ​ທີ 29 ຕຸລາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະພາ​ບໍລິຫານ​ສະພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ຊຽນ - ອາ​ເມ​ລິ​ກາ ​ໂດຍ​ທ່ານ Keith William, ຮອງ​ປະທານສະພາ​ບໍລິຫານ​ນຳ​ໜ​້າ ​ແລະ ຜູ້ຕາງໜ້າ​ບາງ​ກຸ່ມ​ບໍລິສັດ​ໃຫຍ່​ຄື: ACE, Apple, Motorola, Yahoo... ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີ​ງາມ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ວົງ​​ເງິນ​ການ​ຄ້າ ​ແລະ ການ​ລົງທຶນ​ລະ​ຫວ່າງ 2 ປະ​ເທດ​​ໄດ້ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດອັນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້ ສະພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ຊຽນ - ອາ​ເມ​ລິ​ກາ ຈົ່ງສະໜັບສະໜູນ​ຫວຽດນາມ ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝີ​ກ (TPP), ​ໃນ​ນັ້ນ​ພິຈາລະນາ​ເຖິງ​ເງື່ອນ​ໄຂ​ລະອຽດ​ໃນສະພາບຕົວ​ຈິງ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນມີ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ລົງທຶນ​ຢູ່​ຫວຽດນາມ ​ໄດ້​ຮັບ​ຜົນ​ສຳ​ເລັດ.

        ສ່ວນ​ທ່າ​ນ Keith William ​ໃຫ້​ຮູ້​ວ່າ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຍັງ​ມີ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ເປັນ​ຈຳນວນ​ຫຼາຍ​ມາ​ຫວຽດນາມ ​ເພື່ອຊອກ​ຫາ​ກາລະ​ໂອກາດ​ລົງທຶນ ​ແລະ ນີ້​ກໍ່​ແມ່ນ​ບັນດາ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ໃນ​ການ​ຊຸກຍູ້​ດ້ານ​ການ​ຄ້າ, ການ​ລົງທຶນ​ລະ​ຫວ່າງ​ຫວຽດນາມ - ອາ​ເມລິ​ກາ. ທ່ານຢືນຢັນ​ວ່າ​ເມື່ອ​ຫວຽດນາມ ​ເຂົ້າ​ຮ່ວມ TPP ຈະ​ປະກອບສ່ວນຊຸກຍູ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ​ກວ່າ, ທ່ານ Keith William ​ກໍ່ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ສະພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ຊຽນ - ອາ​ເມ​ລິ​ກາ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນເພື່ອ​ຊຸກຍູ້​ດ້ານ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ