ຍູ້​ແຮງ​ການ​ຮ່ວມ​ມື ຫວຽດ​ນາມ - ຍີ່​ປຸ່ນ ຫຼາຍກວ່າ​ອີກ

(VOVWORLD) - ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາໃນລະຫວ່າງວັນທີ 27 – 30 ພະຈິກ, ໄດ້ດຳເນີນໃນຊ່ວງເວລາສຳຄັນ ໃນການພົວພັນລະຫວ່າງສອງປະເທດ. 
ຍູ້​ແຮງ​ການ​ຮ່ວມ​ມື ຫວຽດ​ນາມ - ຍີ່​ປຸ່ນ ຫຼາຍກວ່າ​ອີກ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ຕ້ອນຮັບ ເຈົ້າຟ້າຊາຍ ຍີ່ປຸ່ນ Akishino ແລະ ກຸນລະນາລີ ໃນເດືອນ ກັນຍາ 2023 (ພາບ: TTXVN)

ຕອນບ່າຍວັນທີ 23 ພະຈິກ, ຢູ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາໃນລະຫວ່າງວັນທີ 27 – 30 ພະຈິກ, ໄດ້ດຳເນີນໃນຊ່ວງເວລາສຳຄັນ ໃນການພົວພັນລະຫວ່າງສອງປະເທດ. ນັ້ນແມ່ນ ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (1973 – 2023).

       ການຢ້ຽມຢາມນີ້ ຈະປະກອບສ່ວນສືບຕໍ່ເຮັດໃຫ້ການພົວພັນດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນສອງຝ່າຍເຊິກເຊິ່ງກວ່າອີກ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່; ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມືພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ກໍຄືໃນທົ່ວໂລກ.

        ຄາດວ່າ ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຈະມີການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ, Kishida Fumio; ເຂົ້າຢ້ຽມຂ່ຳນັບພະເຈົ້າກັກກະພັດ ຍີ່ປຸ່ນ ແລະ ພະລາຊິນີ ຍີ່ປຸ່ນ ກໍຄື ບັນດາການນຳຂັ້ນສູງ ຍີ່ປຸ່ນ, ກ່າວຄຳເຫັນຢູ່ທີ່ກອງປະຊຸມສະພາແຫ່ງຊາດ ຍີ່ປຸ່ນ; ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຄົບຮອບ 50 ປີ ແລະ ບາງກິດຈະກຳອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ