ຍູ້ແຮງການຮ່ວມມືອາຊຽນ-ອີຢູ,ອາຊຽນ-ເຢຍລະມັນ

(VOVWORLD) -ວັນທີ 12 ກັນຍາ, ຄະນະກຳມະການອາຊຽນ ຢູ່ແບັກແລງ (BAC) ໄດ້ຈັດຕັ້ງວັນອາຊຽນ.

ຍູ້ແຮງການຮ່ວມມືອາຊຽນ-ອີຢູ,ອາຊຽນ-ເຢຍລະມັນ - ảnh 1(ຄະນະກຳມະການອາຊຽນ ຢູ່ແບັກແລງ ຈັດຕັ້ງວັນອາຊຽນ)

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງບັນດາປະເທດອາຊຽນ ຢູ່ເຢຍລະມັນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາປະເທດອາຊຽນ ກັບເຢຍລະມັນ, ພ້ອມທັງໂຄສະນາ, ແນະນຳວັດທະນະທຳ, ພາບພົດຂອງອາຊຽນ ເຖິງປະເທດເພື່ອນມິດເຢຍລະມັນ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານຄະນະກຳມະການອາຊຽນ ຢູ່ແບັກແລງ Touch Sophanrath, ເອກອັກຄະລັດຖະທູດກຳປູເຈຍ ປະຈຳເຢຍລະມັນ, ໄດ້ຫວນຄືນບັນດາຜົນງານຂອງອາຊຽນ ໃນຕະຫຼອດໄລຍະກວ່າ 50 ປີແຫ່ງການພັດທະນາ, ນຳອາຊຽນ ໃຫ້ກາຍເປັນປະຊາຄົມທີ່ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ຕິດພັນຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ… ທ່ານນາງເອກອັກຄະລັດຖະທູດກຳປູເຈຍ ຫວັງວ່າ, ອາຊຽນ ແລະ ອີຢູ, ເຢຍລະມັນ ຈະສືບຕໍ່ຍູ້ແຮງການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນພັດທະນາກວ່າອີກ, ໂດຍສະເພາະແມ່ນໃນການໜູນຊ່ວຍອາຊຽນ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ຜູ້ຕາງໜ້າຝ່າຍເຢຍລະມັນ, ທ່ານນາງຮອງຫົວໜ້າກົມໃຫຍ່ພາກພື້ນອາຊີ Petra Sigmund, ປາດຖະໜາວ່າ, ການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ອີຢູ, ເຢຍລະມັນ ຈະເລິກເຊິ່ງກວ້າງຂວາງກວ່າອີກ, ດ້ວຍບັນດາຄຳໝັ້ນສັນຍາຢ່າງແຮງລະຫວ່າງອາຊຽນ ແລະ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ