ຍູ້​ແຮງ​ການ​ໂຄ​ສະ​ນາ​​ເຜີຍ​ແຜ່ພາບ​ພົດ, ຊຸກ​ຍູ້​ການ​ຄ້າ ລະ​ຫ່​ວາງ ອາ​ຊຽນ ແລະ ບ​ຣາ​ຊິນ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະທານຄະນະກຳມະການ ອາຊຽນ ປະຈຳ ບຣາຊິນ, ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມຮວາ ໄດ້ແນະນຳກ່ຽວກັບ ອາຊຽນ ແລະ ບັນດາຂົງເຂດອາດຈະຮ່ວມມືກັບ ບຣາຊິນໃນໄລຍະຈະມາເຖິງ
ຍູ້​ແຮງ​ການ​ໂຄ​ສະ​ນາ​​ເຜີຍ​ແຜ່ພາບ​ພົດ, ຊຸກ​ຍູ້​ການ​ຄ້າ ລະ​ຫ່​ວາງ ອາ​ຊຽນ ແລະ ບ​ຣາ​ຊິນ - ảnh 1

ທ່ານ Carlos Alberto Franco França ລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ ກັບບັນດາທ່ານເອກອັກຄະລັດຖະທູດ ອາຊຽນ ປະຈຳ ບຣາຊິນ (ພາບ: baoquocte.vn)

ໃນຂອບເຂດການເຄື່ອນໄຫວຂອງ ຄະນະກຳມະການອາຊຽນ ປະຈຳ ບຣາຊິນ, ເພື່ອແນໃສ່ຍູ້ແຮງການໂຄສະນາເຜີຍແຜ່ພາບພົດ ກໍ່ຄືຊຸກຍູ້ການຄ້າ ລະຫວ່າງ ອາຊຽນ ແລະ ບຣາຊິນ. ວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ Brasilia ໄດ້ດຳເນີນກອງປະຊຸມທາງອອນລາຍລະຫວ່າງ ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຫ້ອງການການຄ້າ ບັນດາປະເທດ ອາຊຽນ ກັບ 40 ບໍລິສັດນຳເຂົ້າ, ສົ່ງອອກ ແລະ ສະໜອງການບໍລິການຂອງລັດ Rio Grande do Sul.

ກ່າວຄຳເຫັນທີ່ກອງປະຊຸມ, ໃນຖານະເປັນປະທານຄະນະກຳມະການ ອາຊຽນ ປະຈຳ ບຣາຊິນ, ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມຮວາ ໄດ້ແນະນຳກ່ຽວກັບ ອາຊຽນ ແລະ ບັນດາຂົງເຂດອາດຈະຮ່ວມມືກັບ ບຣາຊິນໃນໄລຍະຈະມາເຖິງລວມມີ: ການຄ້າ ແລະ ການລົງທຶນ, ກະສິກຳ ແລະ ຄວາມໝັ້ນຄົງດ້ານສະບຽງອາການ, ການປ້ອງກັນຊາດ, ເຕັກໂນໂລຢີ, ການຕ້ານການຄ້າມະນຸດ, ຄວາມປອດໄພໃນການເດີນເຮືອ. ໃນປີ 2020, ອາຊຽນ ແມ່ນຄູ່ຮ່ວມມືການຄ້າ ໃຫຍ່ອັນດັບທີ 3 ຂອງ ບຣາຊິນ ດ້ວຍການຄ້າສອງສົ້ນແມ່ນ 21 ຕື້ USD.

 

ຕອບກັບ

ຂ່າວ/ບົດ​ອື່ນ