ຍູ້ແຮງຂະບວນການຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ

ຍູ້ແຮງຂະບວນການຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ - ảnh 1
ທ່ານ ຫງວຽນທ້ຽນເຍີນ ທີ່ກອງປະຊຸມ
(ພາບ: VGP/Hoàng Long)

(vovworld) –  ຕອນ​ເຊົ້າ​ວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ” ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບປີ 2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢືນຢັນ​ວ່າ: ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ, ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸ​ລິ​ມະ​ສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ຄວນ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ຜະລິດ​ສິນຄ້າ ຫວຽດນາມ ​ໃຫ້ດີ​ກ່ວາ, ມີລາຄາ​ແກ່ງ​ແຍ້​ງ, ປະຕິບັດ​ບັ້ນ​ຂົນຂວາຍ​ຖືກຕ້ອງ​ຕາມ​ຈຸດໝາຍ: ຊາວ ຫວຽດນາມ ບຸລິມະສິດ ນຳ​​ໃຊ້​ສິນຄ້າ ຫວຽດນາມ ທີ່ມີ​ຄຸນ​ນະພາ​ບ”. ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ​ໃນ​ປີ 2016, ຕ້ອງກວດກາ​ຄື​ນສະພາບ​ການ​ຕົວ​ຈິງ​ຂອງ​ການ​ຜະລິດ, ຈຳໜ່າຍ, ອຸປະ​ໂພ​ກບໍລິ​ໂພ​ກ ສິນຄ​້າຂອງ ຫວຽດນາມ ຢູ່​ພາຍ​ໃນ​ປະ​ເທດ, ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ບັ້ນ​ຂົນຂວາຍ. ຄຽງ​ຄູ່​ກັນ​ນັ້ນ,  ຕ້ອງ​ກວດກາ, ພັດທະນາ​ໂຄງການກຳນົດສິນຄ​້າ ຫວຽດນາມ, ບັນດາ​ງານ​ຕະຫຼາດນັດ​ສິນຄ້າ ຫວຽດນາມ, ລະບົບ​ບັນດາ​ສະຖານ​ທີ່​ຂາຍ​ສິນຄ້າ ຫວຽດນາມ ຢູ່​ທ້ອງ​ຖິ່ນ, ໜູນ​ຊ່ວຍ​ຊາວ​ກະສິກອນ​ຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ.

 

 

 


ຂ່າວ/ບົດ​ອື່ນ