ດ່າ​ນັງ ຈັດ​ພີ​ທີ​ຕ້ອນ​ຮັບບັນ​ດາ​ແຂກ​ທ່ອງ​ທ່ຽວທຳ​ອິດ​ມາ​ໃນ​ຕົ້ນ​ປິ​ໃໝ່

(VOVWORLD) - ໃນວັນທີ 1 ຂອງບຸນເຕັດ, ທ່າອາກາດສະຍານສາກົນ ດ່ານັງ ໄດ້ຕ້ອນຮັບກ່ວາ 125 ຖ້ຽວບິນພາຍໃນ ແລະ ສາກົນ ຊື່ງຄາດວ່າບັນລຸແຂກກ່ວາ 17.000 ເທື່ອຄົນ.
ດ່າ​ນັງ ຈັດ​ພີ​ທີ​ຕ້ອນ​ຮັບບັນ​ດາ​ແຂກ​ທ່ອງ​ທ່ຽວທຳ​ອິດ​ມາ​ໃນ​ຕົ້ນ​ປິ​ໃໝ່ - ảnh 1

(ພາບ: VOV)

      ຕອນເຊົ້າວັນທີ 10 ກຸມພາ, ກົງກັບວັນທີ 1 ຂອງບຸນເຕັດ, ຢູ່ສະໜາມບິນສາກົນ ດ່ານັງ, ພະແນກທ່ອງທ່ຽວນະຄອນ ດ່ານັງ ສົມທົບກັບທ່າອາກາດສະຍານສາກົນ ດ່ານັງ, ບໍລິສັດຫ້ນສ່ວນລົງທຶນຂຸດຄົ້ນທ່າອາກາດສະຍານ ດ່ານັງ ແລະ ບັນດາບໍລິສັດການບິນສາກົນ ໄດ້ຈັດພິທີຕ້ອນຮັບບັນດາແຂກພາຍໃນ ແລະ ຕ່າງປະເທດຜູ້ທຳອິດມານະຄອນ ດ່ານັງ ໃນໂອກາດຕົ້ນປິໃໝ່ປະຈຳຊາດ ປີມະໂລງ 2024. ບັນດາແຂກຜູ້ທຳອິດ ໄດ້ຮັບການຂ່ຳນັບຮັບຕ້ອນ ດ້ວຍການຟ້ອນສິງໂຕ ແລະ ຮັບຂອງຂວັນພິເສດຂອງນະຄອນ.

 ໃນວັນທີ 1 ຂອງບຸນເຕັດ, ທ່າອາກາດສະຍານສາກົນ ດ່ານັງ ໄດ້ຕ້ອນຮັບກ່ວາ 125 ຖ້ຽວບິນພາຍໃນ ແລະ ສາກົນ ຊື່ງຄາດວ່າບັນລຸແຂກກ່ວາ 17.000 ເທື່ອຄົນ, ໃນນັ້ນ ຄາດວ່າມີ 53 ຖ້ຽວບິນສາກົນດ້ວຍແຂກປະມານ  7500 ເທື່ອຄົນ. ຄາດວ່າ, ໃນ 7 ວັນຂອງບຸນເຕັດ (ແຕ່ວັນທີ 8-14 ກຸມພາປີ 2024) ຈຳນວນຖ້ຽວບິນສາກົນ ແລະ ພາຍໃນທັງໝົດມາ ດ່ານັງ ຈະແມ່ນ 894 ຖ້ຽວ, ເພີ່ມຂຶ້ນ 16% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ດ່າ​ນັງ ຈັດ​ພີ​ທີ​ຕ້ອນ​ຮັບບັນ​ດາ​ແຂກ​ທ່ອງ​ທ່ຽວທຳ​ອິດ​ມາ​ໃນ​ຕົ້ນ​ປິ​ໃໝ່ - ảnh 2ທ່າກ່ຳປັ່ນ ຕຽນຊາ (ພາບ: VOV)

        ຕອນບ່າຍວັນທີ 10 ກຸມພາ - ກົງກັບວັນທີ 1 ບຸນເຕັດ, ຢູ່ ທ່າກ່ຳປັ່ນ ຕຽນຊາ, ບໍລິສັດຫຸ້ນສ່ວນທ່າກ່ຳປັ່ນດ່ານັງ ໄດ້ຕ້ອນຮັບກ່ຳປັ່ນຕູ້ຄອນແທນເນີ JT GLORY, ຂອງ ສິງກະໂປ. ນີ້ແມ່ນກ່ຳປັ່ນລຳທຳອິດຂອງປີໃໝ່ປີມະໂລງ 2024. ຄາດວ່າ, ກ່ຳປັ່ນລຳດັ່ງກ່າວ ຈະສຳເລັດການຂ່ຽນຖ່າຍຕູ້ຄອນແທນເນີບັນຈຸສິນຄ້າ 221 ຕູ້ ແລະ ອອກຈາກທ່າຕອນ 22 ໂມງ ຂອງຕອນກາງຄືນວັນດຽວກັນ, ໃນນັ້ນ ມີ ຕູ້ຄອນແທນເນີບັນຈຸສິນຄ້ານຳເຂົ້າ 149 ຕູ້ ແລະ 73 ຕູ້ທີ່ຍັງເຫຼືອແມ່ນບັນຈຸສິນຄ້າສົ່ງອອກ.

        ກໍໃນວັນດຽວກັນ, ທ່າກ່ຳປັ່ນ ດ່ານັງ ກໍໄດ້ຕ້ອນຮັບກ່ຳປັ້ນຕູ້ຄອນແທນເນີ EVER COMMAND, ຂອງ Liberia.

        ກ່ອນໜ້ານັ້ນ, ວັນທີ 9 ກຸມພາ - ກົງກັບວັນທີ 30 ບຸນເຕັດ, ທ່າກ່ຳປັ່ນ ດ່ານັງ ໄດ້ຕ້ອນຮັບກ່ຳປັ່ນ ALFA ແລະ ກ່ຳປັ່ນໂດຍສານ Dream, ຂອງ ຫວຽດນາມ. ທ່ານ ເລກວ໋າງດຶກ, ຮອງຜູ້ອໍານວຍການໃຫຍ່ບໍລິສັດທ່າກ່ຳປັ່ນ ດ່າໜັງ ໃຫ້ຮູ້ວ່າ:

        “ເປົ້າໝາຍ ກໍຄື ກຳນົດທິດໃຫຍ່ທີ່ສຸດຂອງທ່າກ່ຳປັ່ນໃນປີ 2024 ນີ້ ແມ່ນສຸມແຫຼ່ງກຳລັງເພື່ອເປີດກວ້າງ  ແລະ ພັດທະນາລະບົບທ່າກ່ຳປັ່ນທະເລ ແລະ logistic; ສືບຕໍ່ຢັ້ງຢືນວ່າ ເປັນທ່າກ່ຳປັ່ນທະເລທີ່ທັນສະໄໝ ກໍຄື ມີຂອບຂະໜາດໃຫຍ່ແຖວໜ້າໃນເຂດພາກກາງ ຫວຽດນາມ.”


ຕອບກັບ

ຂ່າວ/ບົດ​ອື່ນ