ດ່ານັ້ງ ເປີດສະຫຼອງຫໍວາງສະແດງຮ່ວາງຊາ

(VOVWORLD) - ຫໍວາງສະແດງ ຮ່ວາງຊາ ໄດ້ຮັບການອອກແບບ, ກໍ່ສ້າງຕາມສະຖາປັດຕະຍາກຳ “ກາປະທັບອະທິປະໄຕຂອງປະເທດ ຫວຽດນາມ” ເຊິ່ງລວມມີອາຄານເຮືອນ 4 ຊັ້ນ

ດ່ານັ້ງ ເປີດສະຫຼອງຫໍວາງສະແດງຮ່ວາງຊາ - ảnh 1 ພິທີຕັດແຖບຜ້າເປີດສະໜອງຫໍວາງສະແດງ

(ພາບ: ສື່ເອເລັກໂຕນິກການລົງທຶນ)

ຕອນເຊົ້າວັນທີ 28 ມີນາ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ຈັດຕັ້ງການເປີດສະຫຼອງ ນຳເຂົ້າໃຊ້ການຫໍວາງສະແດງ ຮ່ວາງຊາ ແລະ ເປີດປະຕູຕ້ອນຮັບປະຊາຊົນ ແລະ ແຂກທ່ອງທ່ຽວມາຢ້ຽມຊົມ. ຫໍວາງສະແດງ ຮ່ວາງຊາ ໄດ້ຮັບການອອກແບບ, ກໍ່ສ້າງຕາມສະຖາປັດຕະຍາກຳ “ກາປະທັບອະທິປະໄຕຂອງປະເທດ ຫວຽດນາມ” ເຊິ່ງລວມມີອາຄານເຮືອນ 4 ຊັ້ນ, ໄດ້ຮັບການກໍ່ສ້າງຢູ່ຕາແສງ ເທາະກວາງ, ເມືອງ ເຊີນຈ່າ, ນະຄອນ ດ່ານັ້ງ. ຫໍວາງສະແດງ ຮ່ວາງຊາ ແມ່ນລະບົບວັດທະນະທຳ ປະຫວັດສາດມີຄວາມໝາຍດ້ານການເມືອງພິເສດ, ແມ່ນສະຖານທີ່ວາງສະແດງ, ແນະນຳ, ໂຄສະນາບັນດາຂໍ້ມູນຂ່າວສານ, ເອກະສານ, ຮູບພາບ, ວັດຖຸພັນທີ່ມີຊີວິດຊີວາກ່ຽວກັບວິວັດການຄົ້ນຫາ, ກຳນົດ ແລະ ປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ