ດ້ຽນບຽນຕ້ອງນຳໜ້າໃນວຽກງານເລືອກຕັ້ງເຂດພາກເໜືອ

ດ້ຽນບຽນຕ້ອງນຳໜ້າໃນວຽກງານເລືອກຕັ້ງເຂດພາກເໜືອ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ,
ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ
(ພາບ: VGP)


(vovworld) –​ ວັນ​ທີ 14/03, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ, ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງ​ດ້ຽນ​ບຽນ, ກວດ​ກາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸ​ດ​ທີ 14 ແລະ ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021. ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດ້ຽນ​ບຽນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຂວງ ຕ້ອງ​ປະ​ຕິ​ບັດ​ບາງ​ໜ້າ​ທີ່​ເປັນ​ຢ່າງ​ດີ​ຄື: ສຳ​ເລັດ​ການ​ສ້າງ​ສຳ​ເນົາ, ບັນ​ຊີ​ລາຍ​ຊື່​ເບື້ອງ​ຕົ້​ນ​ບັນ​ດາ​ຜູ້​ທີ່​ໄດ້​ຮັບ​ການ​ສະ​ເໜີ​ສະ​ໝັກ​ຮັບ​ເລືອກ​ຕັ້ງ; ຈັດ​ຕັ້ງ​ວຽກ​ງານ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ສະ​ແດງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າ, ແຂວງ​ດ້ຽນ​ບຽນ ຈະ​ນຳ​ໜ້າ​ໃນ​ວຽກ​ງານ​ເລືອກ​ຕັ້ງ​ຢູ່​ບັນ​ດາ​ແຂວງ​ພາກ​ເໜືອ, ເລືອກ​ຕັ້ງ​ຢ່າງ​ຖືກ​ຕ້ອງ, ຖືກ​ກັບ​ຈ​ຳ​ນ​ວ​ນ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ຢ່າງ​ສູງ​ສຸດ ເພື່ອ​ເປັນ​ແບບ​ຢ່າງ​ໃນ​ເຂດຕາ​ເວັ​ນ​ຕົກ​ພາກ​ເໜືອ ແລະ ທົ່ວ​ປ​ະ​ເທດ.

ຂ່າວ/ບົດ​ອື່ນ