ຕັ້ງ​ໜ້າ​ເບິ່ງ​ແຍງ​ດູ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸ​ນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ

(VOVWORLD) -ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ກໍ່ອີງຕາມມະຕິເລກທີ 20 ແນະນຳບັນດາທ້ອງຖິ່ນເພີ່ມທະວີການລະດົມບັນດາແຫຼ່ງກຳລັງຈາກບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນ ເພື່ອ ໃຫ້ຜູ້ໃຈບຸນໃຈກູ້ສົນຮ່ວມແຮງຮ່ວມໃຈປະກອບເຫື່ອແຫ່ງພ້ອມກັບງົບປະມານສູນກາງເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ
ຕັ້ງ​ໜ້າ​ເບິ່ງ​ແຍງ​ດູ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸ​ນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ - ảnh 1ພາບປະກອບ: TTXVN

ລັດຖະບານຫາກໍ່ເຫັນດີເປັນເອກະພາບສະໜອງເຂົ້າເປັນຈຳນວນ 13,5 ພັນໂຕນ ຈາກແຫຼ່ງສຳຮອງແຫ່ງຊາດໃຫ້ແກ່ 9 ແຂວງ ເພື່ອໜູນຊ່ວຍໃຫ້ປະຊາຊົນຍາມບຸນປີໃຫມ່ປະຈຳຊາດ. ໃນນັ້ນ, ໜູນຊ່ວຍເຂົ້າສານ 6.900 ໂຕນ ໃຫ້ແກ່ປະຊາຊົນ ຢູ່ບັນດາແຂວງຄື: ໄຕນິງ, ກາວບັ່ງ, ຟຸອຽນ, ນິງທ້ວນ, ເງະອານ, ຢາລາຍ ແລະ ກ໋ວາງບິ່ງ. ພ້ອມທັງ, ໜູນຊ່ວຍເຂົ້າສານ 3.700 ໂຕນ ໃຫ້ແກ່ປະຊາຊົນທີ່ຖືກຜົນສະທ້ອນຈາກຝົນຕົກນ້ຳຖ້ວນ ຢູ່ບັນດາແຂວງ ກ໋ວາງງາຍ, ຝຸອຽນ, ບິ່ງດິ້ງ…

ສ່ວນບັນດາທ້ອງຖິ່ນໃນທົ່ວປະເທດກໍ່ພວມຕັ້ງໜ້າເບິ່ງແຍງດູແລ ບຸນເຕັດ ໃຫ້ແກ່ປະຊາຊົນ, ພິເສດແມ່ນຄອບຄົວທຸກຍາກ, ກຳມະກອນຜູ້ອອກແຮງງານ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19, ຄອບຄົວນະໂຍບາຍ, ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ… ທ່ານ ຫງວຽນວັນໂຮຍ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຢັ້ງຢືນວ່າ:

ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ກໍ່ອີງຕາມມະຕິເລກທີ 20 ແນະນຳບັນດາທ້ອງຖິ່ນເພີ່ມທະວີການລະດົມບັນດາແຫຼ່ງກຳລັງຈາກບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນ ເພື່ອ ໃຫ້ຜູ້ໃຈບຸນໃຈກູ້ສົນຮ່ວມແຮງຮ່ວມໃຈປະກອບເຫື່ອແຫ່ງພ້ອມກັບງົບປະມານສູນກາງເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ, ຄົນທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກ, ປັດຈຸບັນ ທຸກທ້ອງຖິ່ນ ໄດ້ມີແຜນການເບິ່ງແຍງດູແລ ບຸນເຕັດໃຫ້ແກ່ຄົນທຸກຍາກ ແລະ ບັນດາເປົ້າໝາຍ ທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ