ຕວກກີ ຖອນຕົວອອກຈາກບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມ COP16 ກ່ຽວກັບຊີວະນາໆພັນ

(VOVWORLD) - CBD ກໍ່ພວມຕິດຕໍ່ກັບບັນດາປະເທດອື່ນເພື່ອຮັບໜ້າທີ່ດັ່ງກ່າວແທນ ຕວກກີ.
ຕວກກີ ຖອນຕົວອອກຈາກບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມ COP16 ກ່ຽວກັບຊີວະນາໆພັນ - ảnh 1ເຫດແຜ່ນດິນໄຫວທີ່ຮ້າຍແຮງເຊິ່ງເກີດຂຶ້ນເມື່ອຕົ້ນປີຢູ່ ຕວກກີ
(ພາບ: AFP/TTXVN)

        ຕາມສະຫະປະຊາຊາດແລ້ວ, ວັນທີ 03 ສິງຫາ, ຕວກກີ ໃຫ້ຮູ້ວ່າ ບໍ່ສາມາດຮັບໜ້າທີ່ເປັນປະເທດເຈົ້າພາບຈັດກອງປະຊຸມຄັ້ງທີ 16 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາສະຫະປະຊາຊາດກ່ຽວກັບຊີວະນາໆພັນ (COP 16) ໃນປີ 2024 ໄດ້ ຍ້ອນປະເທດນີ້ຍັງຢູ່ໃນວິວັດການຟື້ນຟູຈາກເຫດແຜ່ນດິນໄຫວທີ່ຮ້າຍແຮງເຊິ່ງເກີດຂຶ້ນເມື່ອຕົ້ນປີ. ໃນຈົດໝາຍທີ່ໄດ້ປະກາດໃນເວັບໄຊເອເລັກໂຕນິກໃນອາທິດນີ້, ອົງການຕິດຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບຊີວະນາໆພັນ (CBD) ໃຫ້ຮູ້ວ່າ, ຕວກກີ ໄດ້ສະແດງ “ຄວາມເສຍດາຍ” ເມື່ອຕ້ອງຕັດສິນໃຈຖອນຕົວອອກຈາກບົດບາດນຳພາບັນດາການເຈລະຈາ COP 16, ເຊິ່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 21 ຕຸລາ - 01 ພະຈິກ 2024. CBD ກໍ່ພວມຕິດຕໍ່ກັບບັນດາປະເທດອື່ນເພື່ອຮັບໜ້າທີ່ດັ່ງກ່າວແທນ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ