ຕວກກີ ຖະແຫຼງຈະເປີດສະຖານທູດຢູ່ Jerusalem ຕາເວັນອອກ

(VOVWORLD) - ຕວກກີ ຈະເປີດສະຖານທູດຢູ່ Jerusalem ຕາເວັນອອກ. ນີ້ໄດ້ຮັບຖືວ່າ ແມ່ນການກະທຳຄັດຄ້ານຂໍ້ຕົກລົງຂອງ ອາເມລິກາ ທີ່ຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ.
ຕວກກີ ຖະແຫຼງຈະເປີດສະຖານທູດຢູ່ Jerusalem ຕາເວັນອອກ - ảnh 1 ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan (ພາບ: REUTERS)

ວັນທີ 17 ທັນວາ, ໃນບົດກ່າວປາໄສ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ສືບຕໍ່ຕຳໜິຕິຕຽນຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບເລື່ອງຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ ຢ່າງຂ້ຽວຂາດ ແລະ ຖະແຫຼງວ່າ ປະເທດນີ້ ຈະເປີດສະຖານທູດຢູ່ Jerusalem ຕາເວັນອອກ.

        ອິດສະລາແອັນ ຢຶດຄອງພາກເໜືອ Jerusalem ໃນສົງຄາມປີ 1967 ແລະ ປີ 1980 ໄດ້ຖະແຫຼງແຕ່ຝ່າຍດຽວວ່າ ທົ່ວນະຄອນແມ່ນນະຄອນຫລວງຂອງ ອິດສະລາແອັນ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກວົງຄະນະຍາດສາກົນ. ວັນທີ 6 ທັນວາ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donad Trump ຖະແຫຼງຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ, ການກະທຳດັ່ງກ່າວ ຖືກຄັດຄ້ານຢ່າງແຮງຈາກທົ່ວທຸກເຂດແຄ້ວນຂອງ ປາແລັດສະຕິນ ແລະ ບັນດາປະເທດ ອາຣັບ ກໍ່ຄືການຕິຕຽນຢ່າງຂ້ຽວຂາດຈາກຫລາຍປະເທດໃນໂລກ, ຖືນີ້ແມ່ນບາດກ້າວອັນຕະລາຍຕໍ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ