ຕວກກີ ນາບຂູ່ ຊີຣີ ກ່ຽວກັບການສະໜັບສະໜູນ YPG/PKK

(VOVWORLD) - “ບັ້ນຮົບງ່າໂອລິວ” ເຊິ່ງ ຕວກກີ ຜັນຂະຫຍາຍຢູ່ເຂດ Afrin (ທາງພາກເໜືອ ຊີຣີ) ເພື່ອແນ່ກວາດລ້າງບັນດາມືປືນ YPG ຍັງສືບຕໍ່ໄດ້ດຳເນີນຖືກຕາມແຜນການທີ່ໄດ້ວາງອອກ.
 

ຕວກກີ ນາບຂູ່ ຊີຣີ ກ່ຽວກັບການສະໜັບສະໜູນ YPG/PKK - ảnh 1 ລົດຖັງຂອງ ທະຫານ ຕວກກີ 

(ພາບ: AFP/TTXVN)

ວັນທີ 19 ກຸມພາ, ທີ່ການໂອ້ລົມທາງໂທລະສັບໃນວັນດຽວກັນກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ກ່າວເຕືອນວ່າ ລັດຖະບານ ຊີຣີ ຈະຕ້ອງປະເຊີນໜ້າກັບບັນດາຜົນຮ້າຍຢ້ອນຫຼັງທີ່ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ ຖ້າຫາກວ່າ Damascus ບັນລຸໄດ້ຂໍ້ຕົກກັບກຳລັງປ້ອງກັນປະຊາຊົນຊາວ Kurd (YPG) ເພື່ອແນໃສ່ຕ້ານຄືນບັ້ນຮົບດ້ານການທະຫານຂອງ ຕວກກີ.

        ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Erdogan ໄດ້ເວົ້າກັບທ່ານ ປະທານາທິບໍດີ Putin ວ່າ: “ບັ້ນຮົບງ່າໂອລິວ” ເຊິ່ງ ຕວກກີ ຜັນຂະຫຍາຍຢູ່ເຂດ Afrin (ທາງພາກເໜືອ ຊີຣີ) ເພື່ອແນ່ກວາດລ້າງບັນດາມືປືນ YPG ຍັງສືບຕໍ່ໄດ້ດຳເນີນຖືກຕາມແຜນການທີ່ໄດ້ວາງອອກ.

        ຄຳກ່າວເຕືອນດັ່ງກ່າວໂດຍທ່ານປະທານາທິບໍດີ Erdogan ຍົກອອກມາໃນສະພາບການທີ່ກ່ອນນັ້ນໜຶ່ງວັນ, ທີ່ປຶກສາອຳນາດການປົກຄອງຊາວ Kurd ຢູ່ທາງພາກເໜືອ ຊີຣີ ໃຫ້ຮູ້ວ່າ: ບັນດາກຳລັງຊາວ Kurd ຢູ່ຊີຣີ ແລະ ກອງທັບ ຊີຣີ ບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງໃຫ້ ກອງທັບ ຊີຣີ ບຸກເຂົ້າ Afrin. ຂໍ້ຕົກລົງເພື່ອແນໃສ່ສະກັດກັ້ນບັ້ນຮົບ “ງ່າໂອລິວ”.

ຕອບກັບ

ຂ່າວ/ບົດ​ອື່ນ