ຕວັກ​ກີ ປະ​ກາດ​ລາຍຊື່​ຕົວ​ການປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ນະ​ຄອນຫຼວງ Ankara

(VOVWORLD) - ກະຊວງພາຍໃນ ຕວັກກີ ໄດ້ເຜີຍລາຍຊື່ບັນດາຕົວການປະຕິບັດການບຸກໂຈມຕີ ດັ່ງກ່າວແມ່ນ Hasan Oguz ແລະ Ozkan Sahin, ເຊິ່ງສະມາຊິກ 2 ຄົນຂອງ ອົງການ “ພັກກຳມະກອນຊາວ Kurd” (PKK).
ຕວັກ​ກີ ປະ​ກາດ​ລາຍຊື່​ຕົວ​ການປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ນະ​ຄອນຫຼວງ Ankara - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan (ພາບ: Anatolia)

ວັນທີ 4 ຕຸລາ, ຕວັກກີ  ໄດ້ປະກາດຊື່ 2 ເປົ້າໝາຍທີ່ປະຕິບັດການບຸກໂຈມຕີກໍ່ການຮ້າຍ ເພື່ອແນໃສ່ກະຊວງພາຍໃນຂອງປະເທດນີ້ ຢູ່ນະຄອນຫຼວງ Ankara. ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan ໃຫ້ຮູ້ວ່າ ພວກກໍ່ການຮ້າຍທີ່ໄດ້ປະຕິບັດການບຸກໂຈມຕີນັ້ນ ແມ່ນມາຈາກ ຊີຣີ ແລະ ໄດ້ຮັບການຝຶກຊ້ອມຢູ່ ຕວັກກີ. ກ່ອນໜ້ານັ້ນ, ກະຊວງພາຍໃນ ຕວັກກີ ໄດ້ເຜີຍລາຍຊື່ບັນດາຕົວການປະຕິບັດການບຸກໂຈມຕີ ດັ່ງກ່າວແມ່ນ Hasan Oguz ແລະ Ozkan Sahin, ເຊິ່ງສະມາຊິກ 2 ຄົນຂອງ ອົງການ “ພັກກຳມະກອນຊາວ Kurd” (PKK). ເຈົ້າໜ້າທີ່ ຕວັກກີ ຢັ້ງຢືນວ່າ ກຳລັງປະກອບອາວຸດປະເທດນີ້ ຈະໂຕ້ຕອບຄືນການບຸກໂຈມຕີຢູ່ Ankara ດ້ວຍປະຕິກິລິຍາຢ່າງແຮງ. ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ ກໍຖະແຫຼງວ່າ ກອງທັບປະເທດນີ້ ຈະເປີດກວ້າງບັນດາການບຸກໂຈມຕີ ແນໃສ່ PKK ຢູ່ປະເທດບ້ານໃກ້ເຮືອນຄຽງ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ