ຕວກກີບຸກໂຈມຕີຊາວ Kurd ຢູ່ຊີຣີ: IS ຖະແຫຼງ ໄດ້ “ປ່ອຍຕົວ” ແມ່ຍິງຫຼາຍຄົນທີ່ຖືກຈັບຕົວ

(VOVWORLD) -ວັນທີ 17 ຕຸລາ, ອົງການກໍ່ການຮ້າຍ IS ຖະແຫຼງວ່າ ໄດ້ “ປ່ອຍຕົວ” ບັນດາແມ່ຍິງທີ່ຖືກກຳລັງຊາວ Kurd ຈັບຕົວຢູ່ຊີຣີ.
ຕວກກີບຸກໂຈມຕີຊາວ Kurd ຢູ່ຊີຣີ: IS ຖະແຫຼງ ໄດ້ “ປ່ອຍຕົວ” ແມ່ຍິງຫຼາຍຄົນທີ່ຖືກຈັບຕົວ - ảnh 1(ພາບປະກອບ: AFP/TTXVN)

ນີ້ແມ່ນຂໍ້ມູນຂ່າວຫຼ້າສຸດພາຍຫຼັງບັນດາບົດລາຍງານຊີ້ໃຫ້ເຫັນວ່າ ມີສະມາຊິກ IS ຫຼາຍຄົນໄດ້ລົບໜີຈາກບັນດາຄ້າຍຄຸມຂັງຢູ່ທາງພາກເໜືອຊີຣີ ນັບແຕ່ເມື່ອຕວກກີ ເປີດບັ້ນຮົບຕ້ານຊາວ Kurd ຢູ່ເຂດນີ້ໃນອາທິດຜ່ານມາ. ແຈ້ງການໃນຂໍ້ຄວາມ Telegram, IS ຖະແຫຼງໃນວັນທີ 16 ຕຸລາ ວ່າໄດ້ບຸກໂຈມຕີສຳນັກງານຄວາມໝັ້ນຄົງແຫ່ງໜຶ່ງຢູ່ທາງທິດຕາເວັນຕົກເຂດ Raqa ແລະ “ປ່ອຍຕົວແມ່ຍິງອິດສະລາມທີ່ຖືກກຳລັງຊາວ Kurd ຈັບຕົວຫຼາຍຄົນ” .

        ວັນທີ 17 ຕຸລາ, ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ໃຫ້ຮູ້ວ່າ, ປະເທດນີ້ກະຕຸກຊຸກຍູ້ໃຫ້ບັນດາຝ່າຍທີ່ປະທະກັນຢູ່ຊີຣີ ຈົ່ງອັດກັ້ນຢ່າງສຸດຂີດ ແລະ ຫຼີກລ້ຽງການເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດຕື່ມອີກ ໃນສະພາບຕວກກີ ດຳເນີນບັ້ນຮົບບຸກໂຈມຕີຕ້ານຊາວ Kurd ຢູ່ທາງພາກເໜືອຊີຣີ.

        ສ່ວນທີ່ປຶກສາເສດຖະກິດທຳນຽບຂາວ ທ່ານ Larry Kudlow ໃຫ້ຮູ້ວ່າ, ອາເມລິກາ ພ້ອມແລ້ວທີ່ຈະຈັດວາງບັນດາມາດຕະການລົງໂທດເພີ່ມຕື່ມສຳລັບຕວກກີ ຖ້າມີຄວາມຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ