ຕອບສະໜອງຜົນປະໂຫຍດຂອງ ຄົນງານ, ແບ່ງປັນຄວາມຫຍຸ້ງ ຍາກກັບວິສາຫະກິດ

ຕອບສະໜອງຜົນປະໂຫຍດຂອງ ຄົນງານ, ແບ່ງປັນຄວາມຫຍຸ້ງ ຍາກກັບວິສາຫະກິດ - ảnh 1
ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ຟ້າ​ມທິຫາຍ​ຈ່ວຽນ ​

(vovworld) - ​​ແຕ່​ວັນ​ທີ 1/5/2013, ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັບປຸງ) ຈະ​ມີ​ຜົນ​ສັກສິດ, ຕາມ​ນັ້ນ​ແລ້ວ, ຈະ​ປ່ຽນ​ໃໝ່​ບັນດາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​​ໂດຍ​ກົງເຖິງຄົນ​ງານ, ຄື​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກິນ​ເບ້ຍ​ບຳນານ, ມານ​ລູກ, ​ເງິນ​ເດືອນ​ພື້ນຖານ.​.​.​ ​ເມື​່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຈຸດ​ໃໝ່​ຂອງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັບປຸງ), ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ຟ້າ​ມທິຫາຍ​ຈ່ວຽນ ​ໃຫ້​ຮູ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ (ສະບັບ​ປັບປຸງ) ຄັ້ງ​ນີ້​ມີ​ບາງ​ເນື້ອ​ໃນ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ສິດຜົນປະ​ໂຫຍ​ດ​ຂອງຄົນ​ງານ​ ​ແລະ ຜູ້ນຳ​ໃຊ້​ຄົນ​ງານ, ມີຫຼາຍ​ນະ​ໂຍບາຍ​ໄດ້​ຕອບ​ສະໜອງ​ສິດຜົນປະ​ໂຫຍ​ດສ່ວນ​ໜຶ່ງ​ເຊິ່ງຄົນ​ງານ​ມຸ້ງ​ຫວັງ, ພ້ອມ​ທັງ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ຜູ້ນຳ​ໃຊ້​ຄົນ​ງານ. ລະອຽດ​ຄື: ​ເວລາ​ພັກ​ມານ​ລູກ​ແຕ່ 4 ​ເດ​ືອນ ຈະ​​ເພີ່ມຂຶ້ນ​ເຖິງ 6 ​ເດືອ​ນ, ພັກ​ວັນ​ບຸນ, ປີ​ໃໝ່ປະຈຳ​ຊາດ​ຈາກ 9 ວັນ​ຂຶ້ນ​ເຖິງ 10 ວັນ, ​ເພີ່ມ​ອາຍຸ ພັກ​ກິນ​ເບ້​ຍບຳນານຈະ​ມອບ​ໃຫ້​ລັກ​ຖະບານ​ກຳນົດ​ບາງ​ກໍລະນີ​ພິ​ເສດ, ສາມາດ​ແກ່ຍາວ​ອາຍຸ​ພັກ​ກິນ​ເບ້ຍບຳນານ.​.​​.​ ຄື​ແນ​ວນັ້ນ ຈະ​ຕອບ​ສະໜອງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ການ​ນຳ​ໃຊ້​ພຸມ​ປັນ​ຍາ​ຂອງ​ຜູ້​ມີ​ລະດັບຄວາມຮູ້, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ບພາບ​ລະຫວ່າງ ຍິງ - ຊາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ພະນັກງານ​ໜຸ່ມ​ສືບ​ຕໍ່​ມີ​ກາລະ​ໂອກາດ​ພັດທະນາ.

ຂ່າວ/ບົດ​ອື່ນ