ຕະຫຼາດນ້ຳມັນພວມຕ້ອງຜ່ານຜ່າໄລຍະທີ່ມີການຜັນແປຢ່າງແຮງ

(VOVWORLD) - ທ່ານເລຂາທິການໃຫຍ່ OPEC ໄດ້ປົກປ້ອງຂໍ້ຕົກລົງວ່າດ້ວຍການຫລຸດປະລິມານການຂຸດຄົ້ນນ້ຳມັນຂອງອົງການນີ້ ແລະ ບັນດາຄູ່ຮ່ວມມື (OPEC+) ເປັນຫຼາຍເທື່ອ.
 
ຕະຫຼາດນ້ຳມັນພວມຕ້ອງຜ່ານຜ່າໄລຍະທີ່ມີການຜັນແປຢ່າງແຮງ - ảnh 1ທ່ານ Haitham al-Ghais, ເລຂາທິການໃຫຍ່ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC)


ວັນທີ 16 ຕຸລາ, ທ່ານ Haitham al-Ghais, ເລຂາທິການໃຫຍ່ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC), ໃຫ້ຂໍ້ສັງເກດວ່າຕະຫຼາດນ້ຳມັນພວມຕ້ອງຜ່ານຜ່າໄລຍະມີການຜັນແປຢ່າງແຮງ. ຕາມທ່ານແລ້ວ, ຄາດໝາຍຂອງ OPEC ແລະ ບັນດານັກຜະລິດພາຍນອກອົງການນີ້ແມ່ນຮັກສາຄວາມເປັນປົກກະຕິຂອງຕະຫຼາດ.

        ທ່ານເລຂາທິການໃຫຍ່ OPEC ໄດ້ປົກປ້ອງຂໍ້ຕົກລົງວ່າດ້ວຍການຫລຸດປະລິມານການຂຸດຄົ້ນນ້ຳມັນຂອງອົງການນີ້ ແລະ ບັນດາຄູ່ຮ່ວມມື (OPEC+) ເປັນຫຼາຍເທື່ອ. ໃນຂະນະນັ້ນ, ບັນດາປະເທດຝ່າຍຕາເວັນຕົກທີ່ຄັດຄ້ານ ຂໍ້ຕົກລົງຂອງ OPEC+, ຖືວ່າລາຄາພະລັງງານເພີ່ມຂຶ້ນສູງຈະສົ່ງຜົນກະທົບເຖິງພື້ນຖານເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ