ຕານຊາເນຍ ໄວ້ອາໄລບັນດາຜູ້ເສຍຊີວິດໃນເຫດເຮືອບິນຕົກ

(VOVWORLD) -ເຮືອບິນບັນຈຸ 43 ຄົນ, ໃນນັ້ນມີຜູ້ໂດຍສານ 39 ຄົນ ແລະ ຈຸບິນ 4 ຄົນ. ບັນດາພາລະກອນກູ້ໄພກູ້ຊີບໄດ້ມານະພະຍາຍາມເຂົ້າໄປເຖິງເຮືອບິນຕົກ ແລະ ກອບກູ້ໄດ້ 24 ຄົນ.
ຕານຊາເນຍ ໄວ້ອາໄລບັນດາຜູ້ເສຍຊີວິດໃນເຫດເຮືອບິນຕົກ - ảnh 1ພິທີໄວ້ອາໄລຜູ້ໂດຍສານທີ່ເສຍຊີວິດ 19 ຄົນໃນເຫດເຮືອບິນຕົກລົງໜອງ Victoria
(ພາບ: AFP/TTXVN)

        ວັນທີ 07 ພະຈິກ, ຕານຊາເນຍ ໄດ້ຈັດພິທີໄວ້ອາໄລຜູ້ໂດຍສານທີ່ເສຍຊີວິດ 19 ຄົນໃນເຫດເຮືອບິນຕົກລົງໜອງ Victoria ຂອງປະເທດນີ້ກ່ອນນັ້ນໜຶ່ງວັນ. ນີ້ໄດ້ຮັບຖືວ່າ ແມ່ນອຸບັດຕິເຫດທາງການບິນຮ້າຍແຮງທີ່ສຸດຢູ່ ຕານຊາເນຍ ໃນຫຼາຍທົດສະວັດຜ່ານມາ. ທີ່ພິທີໄວ້ອາໄລ ເຊິ່ງຈັດຂຶ້ນຢູ່ສະໜາມກິລາ Kaitaba ຢູ່ນະຄອນ Bukuba, ທ່ານນາງປະທານາທິບໍດີ Samia Sululhu Hassan ໄດ້ພາວະນາໃຫ້ບັນດາຜູ້ເສຍຊີວິດໃນອຸບັດຕິເຫດໄປສູ່ສຸດຂະຕິ ແລະ ບັນດາຜູ້ຮັບບາດເຈັບຟື້ນຟູສຸຂະພາບໂດຍໄວ.

        ກ່ອນໜ້ານັ້ນ, ວັນທີ 06 ພະຈິກ, ເຮືອບິນໝາຍເລກ ATR 42-500 ຂອງບໍລິສັດການບິນ Precision Air, ເລີ່ມບິນອອກຈາກນະຄອນ Dar es Salaam ແລະ ຕົກລົງໜອງ Victoria ເມື່ອພວມຊອກຫາວິທີລົງຈອດຢູ່ສະໜາມບິນ Bukoba ໃນເງື່ອນໄຂທີ່ເກີດພາຍຸ ແລະ ຝົນຕົກໜັກ. ເຮືອບິນບັນຈຸ 43 ຄົນ, ໃນນັ້ນມີຜູ້ໂດຍສານ 39 ຄົນ ແລະ ຈຸບິນ 4 ຄົນ. ບັນດາພາລະກອນກູ້ໄພກູ້ຊີບໄດ້ມານະພະຍາຍາມເຂົ້າໄປເຖິງເຮືອບິນຕົກ ແລະ ກອບກູ້ໄດ້ 24 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ