ຕຳຫຼວດຕ້ານການກໍ່ການຮ້າຍ ສືບສວນກໍລະນີທີ່ຖືກສົງໄສວາງຢາເບື່ອໃກ້ກັບ Salisbury

(VOVWORLD) -  ແຕ່ເຖິງຢ່າງໃດກໍ່ຕາມ, ຕຳຫຼວດຍັງບໍ່ທັນຢັ້ງຢືນໄດ້ເທື່ອວ່າ 2 ຄົນນີ້ໄດ້ສຳຜັດກັບທາດພິດນີ້ຄືແນວໃດ
ຕຳຫຼວດຕ້ານການກໍ່ການຮ້າຍ ສືບສວນກໍລະນີທີ່ຖືກສົງໄສວາງຢາເບື່ອໃກ້ກັບ Salisbury - ảnh 1ພາບປະກອບ

ວັນທີ 4 ກໍລະກົດ, ຕຳຫຼວດ ລອນດອນ ໃຫ້ຮູ້ວ່າ: ບັນດາພາລະກອນຕ້ານການກໍ່ການຮ້າຍ ພວມເຂົ້າຮ່ວມການສືບສວນກໍລະນີພົນລະເມືອງ ອັງກິດ 2 ຄົນໄດ້ພົບເຫັນຢູ່ໃນສະພາບທີ່ອັນຕະລາຍຢູ່ Amesbury, ໃກ້ກັບນະຄອນ Salisbury, ທາງພາກໃຕ້ປະເທດ ອັງກິດ, ຍ້ອນໄດ້ສຳຜັດກັບ “ທາດພິດ” ໃນວັນທີ 30 ມິຖຸນາ.

        ຕາມກຳລັງເຈົ້າໜ້າທີ່ແລ້ວ, 2 ຄົນນີ້ໄດ້ສຳຜັດກັບທາດພິດປະສາດ Novichok, ເຊິ່ງເປັນທາດພິດທີ່ຊອກເຫັນໃນກໍລະນີວາງຢາເບື່ອອະດີດນັກສືບ Sergei Skripal ແລະ ລູກສາວ Yulia ໃນເດືອນ ມີນາ ຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ຕຳຫຼວດຍັງບໍ່ທັນຢັ້ງຢືນໄດ້ເທື່ອວ່າ 2 ຄົນນີ້ໄດ້ສຳຜັດກັບທາດພິດນີ້ຄືແນວໃດ. ຕຳຫຼວດກໍ່ບໍ່ຢັ້ງຢືນວ່າ ພົນລະເມືອງ 2 ຄົນນີ້ແມ່ນເປົ້າໝາຍຂອງເຫດບຸກໂຈມຕີທີ່ໄດ້ສ້າງແຜນການຫຼືບໍ່? ຍ້ອນວ່າຊີວະປະຫວັດຂອງເຂົາເຈົ້າບໍ່ສະແດງໃຫ້ເຫັນຄວາມສາມາດທີ່ຈະກາຍເປັນເປົ້າໝາຍຖືກເຂັ່ນຂ້າ.

ຕອບກັບ

ຂ່າວ/ບົດ​ອື່ນ