ຕຳຫຼວດທະເລ ຫວຽດນາມ ປະຕິບັດວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຊອກຫາກູ້ໄພກູ້ຊີບໃຫ້ເປັນຢ່າງດີ

(VOVWORLD) - ປີນີ້, ກຳລັງຕຳຫຼວດທະເລໄດ້ສຸມໃສ່ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ...
ຕຳຫຼວດທະເລ ຫວຽດນາມ ປະຕິບັດວຽກງານປ້ອງກັນ, ຕ້ານໄພພິບັດທຳມະຊາດ, ຊອກຫາກູ້ໄພກູ້ຊີບໃຫ້ເປັນຢ່າງດີ - ảnh 1ກອງປະຊຸມຂອງຕຳຫຼວດ ທະເລ ຫວຽດນາມ
(ພາບ: Đức Hạnh/dangcongsan.vn)

ວັນທີ 3 ມັງກອນ, ກອງບັນຊາການຕຳຫຼວດທະເລ ໄດ້ຈັດກອງປະຊຸມສະຫລຸບວຽກງານຕຳຫຼວດທະເລປີ 2023. ທີ່ກອງປະຊຸມ, ທ່ານພົນຈັດຕະວາ ເລກວາງດ້າວ, ກອງບັນຊາການຕຳຫຼວດທະເລ ເນັ້ນໜັກວ່າ: ປີນີ້, ກຳລັງຕຳຫຼວດທະເລໄດ້ສຸມໃສ່ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນບັນດາເຂດທະເລ, ໝູ່ເກາະ, ສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາມາດຕະການສະກັດກັ້ນສະພາບກ່ຳປັ່ນຫາປາຂອງ ຫວຽດນາມ ຂຸດຄົ້ນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມກົດລະບຽບ (IUU) ຢ່າງຄົບຊຸດ, ຊ້ຽວຂາດ; ຮັກສາການກຽມພ້ອມຕໍ່ສູ້, ປ້ອງກັນ, ສະກັດກັ້ນໄພພິບັດທຳມະຊາດ, ຊອກຫາກູ້ໄພກູ້ຊີບ… ພ້ອມນັ້ນ, ກໍ່ສືບຕໍ່ຜັນຂະຫຍາຍການຮ່ວມມືສາກົນ ແລະ ການຕ່າງປະເທດຂອງຕຳຫຼວດທະເລຢ່າງມີປະສິດທິຜົນ; ເພີ່ມທະວີການຜັນຂະຫຍາຍບັນດາແຜນການວິຊາສະເພາະໃນການປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ