ຖະ​ແຫຼງ​ການ​ຮ່ວມ ອາ​ເມ​ລິ​ກາ - EC ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ດ້ານ​ພ​ະ​ລັງ​ງານ​ເອີ​ຣົບ

(VOVWORLD) -ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ ຄະນະກຳມະການເອີຣົບ ແລະ ອາເມລິກາ ຮັບຮູ້ໄດ້ເຖິງຄວາມຮີບດ່ວນຂອງການກະທຳທີ່ຂ້ຽວຂາດເພື່ອຫຼຸດຜ່ອນການນຳເຂົ້າພະລັງງານຈາກ ລັດເຊຍ.
ຖະ​ແຫຼງ​ການ​ຮ່ວມ ອາ​ເມ​ລິ​ກາ - EC ກ່ຽວ​ກັບ​ຄ​ວາມ​ໝັ້ນ​ຄົງ​ດ້ານ​ພ​ະ​ລັງ​ງານ​ເອີ​ຣົບ - ảnh 1ສາງເກັບນ້ຳມັນຢູ່ ອັງກິດ (ພາບປະກອບ:AFP/TTXVN)

ອາເມລິກາ ແລະ ຄະນະກຳມະການເອີຣົບ (EC) ໃນວັນທີ 24 ພຶດສະພາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບຄວາມໝັ້ນຄົງດ້ານພະລັງງານຢູ່ເອີຣົບ. ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ ຄະນະກຳມະການເອີຣົບ ແລະ ອາເມລິກາ ຮັບຮູ້ໄດ້ເຖິງຄວາມຮີບດ່ວນຂອງການກະທຳທີ່ຂ້ຽວຂາດເພື່ອຫຼຸດຜ່ອນການນຳເຂົ້າພະລັງງານຈາກ ລັດເຊຍ. ຄະນະກຳມະການ ເອີຣົບ ແລະ ອາເມລິກາ ພວມສົມທົບກັນ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍໃນປັດຈຸບັນຜ່ານກຸ່ມຮັບຜິດຊອບສະເພາະກ່ຽວກັບຄວາມໝັ້ນຄົງດ້ານພະລັງງານທີ່ໄດ້ປະກາດໃນວັນທີ 25 ມີນາ. ຜ່ານກຸ່ມຮັບຜິດຊອບສະເພາະນີ້, ສອງຝ່າຍຈະສືບຕໍ່ຊອກຫາວິທີເພື່ອຫັນແຫຼ່ງສະໜອງອາຍແກັດທຳມະຊາດຂອງ ເອີຣົບ ໃຫ້ເປັນຫຼາຍຮູບຫຼາຍແບບ ໃນຂະນະທີ່ຊຸກຍູ້ການຜັນຂະຫຍາຍເຕັກໂນໂລຢີອັດສະລິຍະ ແລະ ປະຢັດພະລັງງານຢູ່ບັນດາຄອບຄົວ ແລະ ວິສາຫະກິດ ເອີຣົບ, ນຳໃຊ້ໄຟຟ້າສຳລັບລະບົບເຕົາຝິງ ແລະ ເພີ່ມທະວີການນຳໃຊ້ເຕັກໂລໂນຢີພະລັງງານສະອາດ ເພື່ອແນໃສ່ຫຼຸດຜ່ອນຄວາມຕ້ອງການສຳລັບເຊື້ອໄຟຟອກຊິວ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ