ຖະແຫລງການຮ່ວມ ຫວຽດນາມ - ເອທີໂອປີ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເຖິງ ເອທີໂອປີ ຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແຕ່ວັນທີ 23-25 ສິງຫາ. 

ສອງຝ່າຍໄດ້ອອກຖະແຫລງການຮ່ວມໃຫ້ຮູ້ວ່າ: ປະທານາທິບໍດີ Mulatu Teshome ໄດ້ມີການເຈລະຈາກັບທ່ານປະທານປະເທດເຈີນດ້າຍກວາງ. ທ່ານປະທານປະເທດເຈີນດ້າຍກວາງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ Abiy Ahmed ແລະ ພົບປະກັບທ່ານປະທານສະພາສູງ Keria Ibrahim, ຢ້ຽມຢາມສຳນັກງານ ສະຫະພາບ ອາຟຼິກາ ແລະ ພົບປະກັບປະທານຄະນະກຳມະການ ສະຫະພາບອາຟິຼິກາ Amira Elfadil Mohammed Elfadil.

ທີ່ການເຈລະຈາລະຫວ່າງທ່ານປະທານາທິບໍດີ Mulatu Teshome ແລະ ທ່ານປະທານປະເທດເຈີນດ້າຍກວາງ, ການນຳສອງທ່ານ ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສອງຝ່າຍ, ພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ; ເນັ້ນຫນັກເຖິງການພົວພັນຮອບດ້ານລະຫວ່າງສອງປະເທດ ແລະ ບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ການນຳສອງທ່ານໃຫ້ຄຳໝັ້ນສັນຍາ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດສຳຜັດຕະຫລາດຂອງກັນ. ສອງຝ່າຍເຫັນດີຜັນຂະຫຍາຍສັນຍາບໍລິການການບິນ ແລະ ເປີດສາຍການບິນໂດຍກົງເຊື່ອມຕໍ່ສອງປະເທດ.

ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືຫລາຍສະບັບ. ສອງຝ່າຍຢືນຢັນ ຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ ແລະ ເຫັນດີຈະເພີ່ມທະວີການສົມທົບ, ແລກປ່ຽນຫລັກໝັ້ນ, ສະຫນັບສະຫນູນການອອກສະໝັກຮັບເລືອກຕັ້ງຂອງສອງປະເທດທີ່ບັນດາເວທີຂອງສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນ. ສອງຝ່າຍຮຽກຮ້ອງປະຊາຄົມສາກົນ ຮ່ວມແຮງຮ່ວມໃຈເພື່ອຮ່ວມມືແກ້ໄຂການປະທະກັນ, ສະກັດກັ້ນບັນດາການປະທະກັນດ້ວຍອາວຸດໂດຍສັນຕິວິທີ. ທ່ານປະທານປະເທດເຈິນດ້າຍກວາງ ໄດ້ເຊື້ອເຊີນປະທານາທິບໍດີ Mulatu Teshome , ນາຍົກລັດຖະມົນຕີ Abiy Ahmed ມາຢ້ຽມຢາມຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ