ຖະແຫລງການຮ່ວມຫວຽດນາມ-ສະຫະພັນລັດເຊຍ

(VOVWORLD) -ວັນທີ 29 ມິຖຸນາ, ຫວຽດນາມ ແລະ ລັດເຊຍ ໄດ້ອອກຖະແຫລງການຮ່ວມເນື່ອງໃນໂອກາດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຂອງທ່ານເຈີນດ້າຍກວາງ
 ປະທານປະເທດຫວຽດນາມ  ແຕ່ວັນທີ 28 ມິຖຸນາ - 1 ກໍລະກົດປີ 2017. 
ຖະແຫລງການຮ່ວມຫວຽດນາມ-ສະຫະພັນລັດເຊຍ - ảnh 1

ຖະແຫລງການຮ່ວມຊີ້ແຈ້ງວ່າ: ສອງຝ່າຍເຫັນດີຮັກສາການເຈລະຈາດ້ານການເມືອງເປັນປະຈຳ ແລະ ແທດຈິງ ຢູ່ ທຸກຂັ້ນ, ພົບປະແລກປ່ຽນຄະນະຜູ້ແທນຂັ້ນພັກ, ສະພາແຫ່ງຊາດ, ກະຊວງ ຂະແຫນງການ, ທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງສັງຄົມຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີ ຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ ເອີລົບ ຢ່າງມີປະສິດທິຜົນ. ສອງຝ່າຍຕີລາຄາຢ່າງຕັ້ງຫນ້າເລື່ອງຜັນຂະຫຍາຍບັນດາໂຄງການລວມໃນຂົງເຂດນ້ຳມັນອາຍແກສ, ຢືນຢັນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດຫວຽດນາມ ແລະ ລັດເຊຍ ໃນຂົງເຂດນີ້ຢູ່ ຜືນແຜ່ນດິນຂອງສອງປະເທດ, ພັດທະນາການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ການນຳສອງທ່ານໄດ້ເນັ້ນຫນັກວ່າ: ການຮ່ວມມືປ້ອງກັນຊາດ ແລະ ເຕັກນິກການທະຫານ ກໍ່ຄືສົມທົບກັນເຄື່ອນໄຫວໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແມ່ນສວມບົດບາດສຳຄັນໃນການພົວພັນລະຫວ່າງສອງປະເທດ ແລະ ບໍ່ຜົນສະທ້ອນເຖິງປະເທດທີ 3. ສອງຝ່າຍຢືນຢັນ ເຖິງຄວາມເອົາໃຈໃສ່ລວມໃນການເປີດກວ້າງການຮ່ວມມືໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ບຳລຸງສ້າງ.

ການນຳສອງທ່ານ ໄດ້ເນັ້ນຫນັກຄວາມຈຳເປັນຕ້ອງຮ່ວມມືຢ່າງແຫນ້ນແຟ້ນ ແລະສົມທົບກັນທີ່ເວລາປາໄສຫລາຍຝ່າຍ, ບ່ອນທີ່ດຳເນີນການປຶກສາຫາລືບັນດາບັນຫາຄວາມໝັ້ນຄົງສາກົນ. ສອງຝ່າຍຖືວ່າ ບັນດາການຂັດແຍ້ງກັນຢູ່ເຂດຊາຍແດນ, ຜືນແຜ່ນດິນ ແລະ ຢູ່ພາກພື້ນ ອາຊີ ປາຊີຟີກ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫລື ນາບຂູ່ຈະນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ.

ສອງຝ່າຍເຫັນດີ ສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນ ແລະ ສົມທົບຫລັກໝັ້ນທີ່ບັນດາກົນໄກຫລາຍຝ່າຍອື່ນຄື: ເວທີປາໄສພາກພື້ນ ອາຊຽນ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບບັນດາປະເທດຄູ່ຮ່ວມມືຄູ່ເຈລະຈາ, ເວທີປາໄສ ອາຊີ ເອີລົບ, ກອງປະຊຸມກ່ຽວກັບການສົມທົບເຄື່ອນໄຫວ ແລະ ບັນດາມາດຕະການປັບປຸງຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີ, ການເຈລະຈາກ່ຽວກັບການຮ່ວມມື ອາຊີ ເພື່ອຈຸດໝາຍປັບປຸງບັນດາຫລັກການຫລາຍຝ່າຍໃນການແກ້ໄຂບັນດາຫນ້າທີ່ພັດທະນາເສດຖະກິດ ສັງຄົມ ແລະ ຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ ອາຊີ ປາຊີຟີກ ກໍ່ຄືຍູ້ແຮງການຮ່ວມມືລະຫວ່າງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ