ຖະແຫລງຮັບໄຊຊະນະຂອງທ່ານນາງ Kamala Harris ໄດ້ສົ່ງແຫລ່ງບັນດານໃຈໃຫ້ແກ່ເພດຍິງ

(VOVWORLD) - ທ່ານນາງ Harris ເຊື່ອໝັ້ນວ່າ ທ່ານນາງເອງແມ່ນແມ່ຍິງທຳອິດ ແຕ່ແນ່ນອນວ່າບໍ່ແມ່ນຜູ້ສຸດທ້າຍຮັບດຳລົງຕຳແຫນ່ງນີ້ ເພາະ ອາເມລິກາ ແມ່ນປະເທດ ຂອງ “ກາລະໂອກາດ”.

ຖະແຫລງຮັບໄຊຊະນະຂອງທ່ານນາງ Kamala Harris ໄດ້ສົ່ງແຫລ່ງບັນດານໃຈໃຫ້ແກ່ເພດຍິງ - ảnh 1 ທ່ານນາງ Kamala Harris

ພາບ: : AFP/TTXVN

ວັນທີ 8 ພະຈິກ ຕາມເວລາ ຫວຽດນາມ, ທ່ານນາງ Kamala Harris ຜູ້ຮ່ວມຊື່ໃນການຫາສຽງເລືອກຕັ້ງກັບທ່ານ Joe Biden  ໄດ້ມີບົດກ່າວປາໄສແຫ່ງຊາດທຳອິດ ພາຍຫລັງສື່ມວນຊົນ ອາເມລິກາ ປະກາດ ໄຊຊະນະການເລືອກຕັ້ງແມ່ນຂຶ້ນກັບທ່ານ Joe Biden .  ກ່າວຄຳເຫັນຕໍ່ຫນ້າຜູ້ສະຫນັບສະຫນູນ ຢູ່ Chase Center ນະຄອນ Wilmington, ລັດ Delaware, ທ່ານນາງ Harris ຢືນຢັນ ປະຊາຊົນ ອາເມລິກາ ໄດ້ “ເປີດວັນໃຫມ່” ດ້ວຍສານຈະແຈ້ງ ເມື່ອເລືອກເຟັ້ນຄວາມສາມັກຄີ ແລະ ຄວາມປາດຖະຫນາ, ວິທະຍາສາດ ແລະ ຄວາມຈິງ”. ທ່ານນາງເນັ້ນຫນັກວ່າ: ປະຊາຊົນໄດ້ເລືອກເຟັ້ນ “ຜູ້ຕາງຫນ້າດີເດັ່ນສຸດ” ເພື່ອຊີ້ນຳນຳພາປະເທດຊາດ”.

ໃນບົດກ່າວປາໄສຂອງຕົນ ທ່ານນາງ Harris ຍັງສົ່ງແຫລ່ງບັນດານໃຈໃຫ້ແກ່ເພດຍິງໃນທົ່ວປະເທດ ດ້ວຍຄວາມເຊື່ອໝັ້ນວ່າ ທ່ານນາງເອງແມ່ນແມ່ຍິງທຳອິດ ແຕ່ແນ່ນອນວ່າບໍ່ແມ່ນຜູ້ສຸດທ້າຍຮັບດຳລົງຕຳແຫນ່ງນີ້ ເພາະ ອາເມລິກາ ແມ່ນປະເທດ ຂອງ “ກາລະໂອກາດ”.

ຕອບກັບ

ຂ່າວ/ບົດ​ອື່ນ