ຖະໜົນດອກໄມ້ຫງວຽນເຫ້ວ ຢູ່ນະຄອນໂຮ່ຈີມິນດຶງດູດແຂກທ່ອງທ່ຽວເປັນຈຳນວນ ຫຼາຍ

(VOVWORLD) -ຕອນຄ່ຳວັນທີ 22 ມັງກອນ - ກົງກັບວັນທີ 1 ຂອງບຸນເຕັດ, ມີປະຊາຊົນນະຄອນໂຮ່ຈີມິນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ໄປຍັງຖະໜົນດອກໄມ້ ຫງວຽນເຫ້ວ ເພື່ອຖ່າຍຮູບ, ໄປຫຼິ້ນລະດູບານໃໝ່, ຮັບຊົມບັນດາລາຍການສະແດງສິລະປະຢູ່ທ້ອງຖະໜົນ.
ຖະໜົນດອກໄມ້ຫງວຽນເຫ້ວ ຢູ່ນະຄອນໂຮ່ຈີມິນດຶງດູດແຂກທ່ອງທ່ຽວເປັນຈຳນວນ ຫຼາຍ - ảnh 1ພາບປະກອບ: VOV

ພາຍຫຼັງ 3 ວັນ ເປີດ, ຖະໜົນດອກໄມ້ ຫງວຽນເຫ້ວ ໄດ້ຕ້ອນຮັບປະຊາຊົນດຳລົງຊີວິດຢູ່ນະຄອນໂຮ່ຈີມິນນັບພັນເທື່ອຄົນ. ໄປທ່ຽວຍາມລະດູບານໃໝ່ກັບຄອບຄົວ, ປ້າ ຫວູທິທຸງາ ຊາວນະຄອນໂຮ່ຈີມິນ ສະແດງວ່າ:

ຕົ້ນລະດູບານໃໝ່ນີ້, ຂ້າພະເຈົາຮູ້ສຶກມີຄວາມສຸກເມື່ອ ເຫັນຖະໜົນຫງວຽນເຫ້ວ ມີຄົນມາຫຼາຍ, ຂ້າພະເຈົ້າຄິດວ່າ ປີນີ້ ຈະມີຄວາມເບີກບານມ່ວນຊື່ນຫຼາຍຢ່າງມາໃຫ້ຊາວນະຄອນໂຮ່ຈີມິນ. ລະດູບານໃໝ່ແຕ່ລະປີ, ຖະໜົນດອກໄມ້ຫງວຽນເຫ້ວພັດ ໄດ້ຮັບການອອກແບບທີ່ແຕກຕ່າງກັນ ແຕ່ມີຈຸດລວມນັ້ນແມ່ນທຸກຄົນລ້ວນແຕ່ເຕົ້າໂຮມຢູ່ທີ່ນີ້.

ຖະໜົນດອກໄມ້ຫງວຽນເຫ້ວບຸນເຕັດປີແມວ 2023 ຕ້ອນຮັບແຂກທ່ອງທ່ຽວນັບແຕ່ວັນທີ 19 ມັງກອນ (ກົງກັບວັນທີ 28 ບຸນເຕັດ) ຮອດວັນທີ 26 ມັງກອນ (ກົງວັນວັນທີ 5 ບຸນເຕັດ).

ຕອບກັບ

ຂ່າວ/ບົດ​ອື່ນ